Saturday, October 19, 2024
Homeຂ່າວຕ່າງປະເທດWTO ໄດ້ປັບຫຼຸດການຄາດຄະເນການຄ້າໂລກ

WTO ໄດ້ປັບຫຼຸດການຄາດຄະເນການຄ້າໂລກ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ອົງການການຄ້າໂລກ (WTO) ໄດ້ປະກາດປັບຫຼຸດການຄາດຄະເນການຂະຫຍາຍຕົວຂອງການຄ້າໂລກໃນປີນີ້ສູ່ລະດັບ 0,8% ຈາກລະດັບ 1,7% ທີ່ມີການຄາດຄະເນໄວ້ເມື່ອເດືອນເມສາຜ່ານມາ.

WTO ລະບຸວ່າ: ການຄ້າໂລກໄດ້ຮັບຜົນກະທົບຈາກການປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງ ຊຶ່ງໄດ້ບັ່ນທອນກຳລັງການຊື້ຂອງຜູ້ບໍລິໂພກໃນອາເມຣິກາ, ເອີຣົບ ແລະ ອາຊີ. ນອກຈາກນີ້, WTO ຍັງໄດ້ເປີດເຜີຍວ່າ: ອັດຕາເງິນເຟີ້ທີ່ປັບຕົວຂຶ້ນຢ່າງຕໍ່ເນື່ອງໄດ້ເຮັດໃຫ້ທະນາຄານກາງຍັງຄົງຮັກສາອັດຕາດອກເບ້ຍໃນລະດັບສູງດົນກວ່າທີ່ຄາດຄະເນໄວ້ ແລະ ສະຖານະການໂລກໃນປັດຈຸບັນໄດ້ສົ່ງຜົນກະທົບຕໍ່ທ່າອ່ຽງການຄ້າໂລກ. WTO ລະບຸວ່າ: ການຊື້-ຂາຍສິນຄ້າຫຼຸດລົງໃນປີນີ້ ຍົກເວັ້ນຍານພາຫະນະ ຊຶ່ງມີຈຳນວນການຂາຍທີ່ເພີ່ມຂຶ້ນຊົດເຊີຍພາວະການຂາດແຄນທີ່ຈຳກັດການສົ່ງອອກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ຂະນະດຽວກັນ, WTO ໄດ້ຄາດຄະເນວ່າ: ເສດຖະກິດໂລກຈະຂະຫຍາຍຕົວ 3% ໃນປີນີ້ ແລະ 2,8% ໃນປີ 2024.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments