Sunday, October 20, 2024
Homeຂ່າວຕ່າງປະເທດງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈ່ວ ປິດລົງຢ່າງຈົບງາມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ຫາງໂຈ່ວ ປິດລົງຢ່າງຈົບງາມ

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ໄດ້ປິດລົງຢ່າງຈົບງາມ ເມື່ອບໍ່ດົນມານີ້ ທີ່ນະຄອນຫາງໂຈ່ວ. ໂດຍມີ ທ່ານ ຫລີສຽງ, ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ພິທີປິດງານໃນຄັ້ງນີ້. ໃນໄລຍະ ດຳເນີນງານ ເປັນເວລາ 16 ວັນຜ່ານມາ, ມີນັກກິລາ 10.000 ກວ່າຄົນ ຈາກ 45 ປະເທດ ແລະ ເຂດແຄວ້ນ ຂອງອາຊີ ນັບລວມແລ້ວ ໄດ້ທຳລາຍສະຖິຕິໂລກ 15 ເທື່ອ, ທຳລາຍສະຖິຕິອາຊີ 37 ເທື່ອ ແລະ ໄດ້ທຳລາຍສະຖິຕິ ຂອງງານເອຊຽນເກມ 170 ເທື່ອ. ສປ ຈີນ ຍຶດໝັ້ນທັດສະນະຄະຕິແຫ່ງການຈັດງານກິລາເອຊຽນເກມຄັ້ງນີ້ຄື “ສີຂຽວ, ປັນຍາປະດິດ, ປະຢັດ ແລະ ສີວິໄລ” ໄດ້ຮັບການ ຕີລາຄາ ເປັນຢ່າງສູງ ໂດຍທົ່ວໄປ ຈາກຄະນະກຳມະການ ໂອລິມປິກ ອາຊີ ແລະ ປະຊາຄົມໂລກ ດ້ວຍສະໜາມ ກິລາ-ສິ່ງປະກອບສ້າງອັນຍອດຍິ່ງ ແລະ ການຈັດຕັ້ງການບໍລິການທີ່ດີ. ໃນງານມະຫະກຳກິລາເອຊຽນເກມ ຄັ້ງນີ້, ຄະນະນັກກິລາ ແຫ່ງຊາດຈີນ ຊີງໄດ້ ຫລຽນຄຳ 201 ຫລຽນ, ລວມທັງໝົດ ຊີງໄດ້ 383 ຫລຽນ ເຊິ່ງເປັນຜົນງານດີທີ່ສຸດ ໃນປະຫວັດສາດ ການເຂົ້າຮ່ວມງານເອຊຽນເກມ ຂອງ ສປ ຈີນ ແລະ ເປັນປະເທດ ທີ່ຄອງອັນດັບໜຶ່ງໃນຕາຕະລາງສະຫລຸບ ຫລຽນຄຳ ຂອງງານເອຊຽນເກມ 11 ເທື່ອ ຢ່າງຕໍ່ເນື່ອງກັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments