Sunday, October 20, 2024
Homeຂ່າວການເມືອງປານທານປະເທດ ໂອ້ລົມພະນັກງານຫລັກແຫລ່ງ ເມືອງຊຽງເງິນ

ປານທານປະເທດ ໂອ້ລົມພະນັກງານຫລັກແຫລ່ງ ເມືອງຊຽງເງິນ

ໃນວັນທີ 6 ຕຸລາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ ເມືອງຊຽງເງິນ ແຂວງຫລວງພະບາງ ໂດຍໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງເມືອງ ຢູ່ສະໂມສອນໃຫຍ່ຂອງເມືອງ. ໂອກາດນີ້ ທ່ານ ສົມແວວເພັດ ເຈົ້າ ເມືອງຊຽງເງິນ ໄດ້ລາຍງານຜົນສຳເລັດ ການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງຊຽງເງິນ.

ທ່ານ ເຈົ້າເມືອງຊຽງເງິນ ໄດ້ຊີ້ໃຫ້ເຫັນວ່າ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງອົງຄະນະພັກເມືອງ ສາມາດເຮັດໃຫ້ເສດຖະກິດຂອງເມືອງ ມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຖືກທິດ ສະເລ່ຍ 5,9% ຕໍ່ປີ; ປະຊາຊົນມີລາຍຮັບ 14 ລ້ານກວ່າກີບ ຫລື ເທົ່າກັບ 734 ໂດລາສະຫະລັດຕໍ່ຄົນຕໍ່ປີ; ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ປະຊາຊົນບັນດາເຜົ່າໄດ້ທຳມາຫາກິນ, ມີວຽກເຮັດງານທຳນັບມື້ຫລາຍຂຶ້ນ, ຊີວິດການເປັນຢູ່ນັບມື້ນັບມີຄວາມສະດວກສະບາຍ; ໂຄງລ່າງພື້ນຖານຫລາຍດ້ານໄດ້ຮັບການພັດທະນາດີຂຶ້ນ. ປັດຈຸບັນມີເສັ້ນທາງເຂົ້າເຖິງແຕ່ລະບ້ານ ທຽວໄດ້ 2 ລະດູ ກວມ 71,42% ແລະ ທຽວໄດ້ລະດູດຽວ ກວມ 28,58%, ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າທັງໝົດ 45 ບ້ານ ກວມ 91,83%, ບ້ານຊົມໃຊ້ໄຟຟ້ານອກລະບົບມີ 4 ບ້ານກວມ 8,16%; ຜ່ານການປະເມີນມາດຖານຕາມດຳລັດ 348 ປັດຈຸບັນ ຄອບຄົວທຸກຍາກ ຍັງເຫລືອ 1.297 ຄອບຄົວ ເຫັນວ່າຫລຸດລົງ 55 ຄອບຄົວ, ບ້ານທຸກຍາກຕາມດຳລັດ 348 ຍັງເຫລືອ 14 ບ້ານ, ຫລຸດລົງ 5 ບ້ານ, ມີຄອບຄົວພັດທະນາ 4.397 ຄອບຄົວ ຫລຸດລົງ 1.128 ຄອບຄົວ, ບ້ານພັດທະນາ 11 ບ້ານ ຫລຸດລົງ 27 ບ້ານ.

ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ອົງການປົກຄອງເມືອງ ສືບຕໍ່ຊຸກຍູ້ປະຊາຊົນສຸມໃສ່ການຜະລິດໃຫ້ເປັນສີນຄ້າ ຕາມທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ເສດຖະກິດຂອງບ້ານ ຂອງເມືອງ ມີຄວາມເຂັ້ມແຂງ ຄຽງຄູ່ກັບການສຶກສາອົບຮົມລູກຫລານ ແລະ ພະນັກງານຮຸ່ນສືບທອດ ເຂົ້າ ໃຈຕໍ່ແນວທາງຂອງພັກ ຫລີກເວັ້ນການມົ້ວສຸມຢາເສບຕິດ ແລະ ການເຊື່ອຖືຂ່າວບິດເບືອນແນວ ທາງຂອງພັກ-ລັດ ຜ່ານສື່ສັງຄົມອອນລາຍ. ພາຍຫລັງ ສຳເລັດການໂອ້ລົມພະນັກງານຫລັກແຫລ່ງຂອງ ເມືອງຊຽງເງິນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຊົມໂຮງງານຜະລິດນ້ຳດື່ມ ມີນິໂຣ ເຊິ່ງຕັ້ງຢູ່ບ້ານດອນກາງ ນະຄອນ ຫລວງພະບາງ ຕື່ມອີກ.

ຂ່າວ-ພາບ:ແຂວງຫລວງພະບາງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments