Tuesday, October 22, 2024
Homeທຸລະກິດຈະຂາຍຫຍັງດີ ຈຶ່ງມີລາຍໄດ້ເສີມ?

ຈະຂາຍຫຍັງດີ ຈຶ່ງມີລາຍໄດ້ເສີມ?

ນ​ສະພາບ​ເສດຖະກິດ​ແບບ​ນີ້ ຖ້າ​ມີ​ລາຍ​ຮັບ​ທາງ​ດຽວອາດບໍ່ພຽງພໍ​ຕໍ່ການ​ລ້ຽງຊີບ​ໄດ້ ​ ​ເນື່ອງ​ຈາກ​ວ່າ​ຄ່າ​ຄອງຊີບຖີບສູງ​ຂຶ້ນ​ຈາກ​ເມື່ອ​ກ່ອນ​ຫລາຍ ​ເຊິ່ງ​ເປັນ​ສິິ່ງທ້າ​ທ້າຍຫລາຍຕໍ່ກັບການໃຊ້ຊີວິດຂອງປະຊາຊົນ​ ທີ່​ຫາ​ເຊົ້າ​ກິນ​ຄໍ່າ ຖ້າ​ບໍ່ຊອກ​ຫາ​ອາຊີບ​ເສີມກໍ​ຍາກ​ທີ່​ຈະ​ກ້າວ​ຜ່ານ​ວິ​ກິດ​ເສດຖະກິດ​ໄປ​ໄດ້. ສະ​ນັ້ນ, ມື້​ນີ້ຄໍ​ລໍາ​ສົ່ງ​ເສີມ​ທຸລະ​ກີດ​ສະບັບ​ນີ້ ຈະ​ມາ​ແນະ​ນໍາອີກໜຶ່ງອາຊີບ​ເສີມ​ທີ່​ໄດ້​ຮັບ​ຄວມນິຍົມ​ເພາະ​ຫລາຍ​ຄົນ​ທີ່​ເຮັດ​ອາຊີບ​ນີ້​ກໍ​ສາມາດ​ສ້າງ​ລາຍ​ຮັບ​ ​ເປັນ​ກອບ​ເປັນ​ກໍາ ​ແລະ ອາຊີບ​ທີ່​ວ່າ​ນີ້ກໍ​ຄື​ການ​ຂາຍປະເພດອາຫານ ​ເຊິ່ງວ່າຈະ​ເປັນ​ອາຫານ​ປະ​ເພດ​ໃດ​ນັ້ນ​ເຮົາ​ມາ​ຮູ້​ນໍາ​ກັນ​ເລີຍ:

​ໂດຍອາຫານ​ເຍື່ອງທີໜຶ່ງ ​ປະຊາຊົນ​ນນິຍົມຂາຍ​ຫລາຍ​ທີ່​ສຸດ ​ແມ່ນເຂົ້າໜຽວໝູປີ້ງ: ການ​ຂາຍ​ເຂົ້າໜຽວໝູປີ້ງ ​ເປັນ​ອາຊີ​ບທີ່​ເຫັນ​ທົ່ວ​ໄປແຕ່​ໃຜ​ຈະ​ຮູ້​ວ່າ​ອາຊີບ​ນີ້​ສ້າງ​ລາຍ​ຮັບ​ຢ່າງ​ຫລວງຫລາຍ ເພາະ​ການ​ຂາຍໝູປີ້ງລົງທຶນ​ບໍ່​ສູງ​ຫລາຍ  ສະ​ນັ້ນ, ຈຶ່ງ​ເໝາະ​ແກ່​ຄົນ​ທີ່​ມີ​ທຶນໜ້ອຍ​ແຕ່​ຢາກ​ສ້າງ​ເສດຖະກິດ​ຄອບຄົວ​ບອກ​ເລີບ​ອາຊີບ​ນີ້ບໍ່​ຄວນ​ເບິ່ງ​ຂ້າມ. ​ເຍື່ອງ​ທີສອງແມ່ນ​ຂາຍ​ເຂົ້າປຸ້ນ ​ແລະ ມີ​ກະທິເພາະວ່າ ​ເຂົ້າປຸ້ນ ​ແມ່ນໜຶ່ງ​ໃນ​ອາຫານ​ປະ​ເພດ​ເສັ້ນ​ທີ່​ຄົນ​ນິຍົມ​ບໍ​ໂພ​ກ ​ເພ​າະວ່າ​ກິນ​ງ່າຍ​ສະດວກ​ສະບາຍ ,  ບໍ່​ໃຊ້ເວລາ​ດົນ ​ແລະ ການ​ຂາຍ​ກໍ່​ບໍ່​ໄດ້​ຫຍຸ້ງຍາກ ພຽງ​ເຮົາ​ເຮັດໝີ່ສໍາ​ເລັດ​ຮູບ​ແລ້ວ​ເລືອກ​ສະຖານ​ທີ່​ເໝາະສົມ​ ​ເຊັ່ນ: ໜ້າ​ໂຮງຮຽນ,​ ໂຮງໝໍ, ຕະຫລາ​ດ ​ແລະ ອື່ນໆຕາມ​ຄວາມ​ເໝາະສົມ. ​ເຍື່ອງສາມ ແມ່ນການ​ຂາຍ​ນໍ້າ​ເຕົ້າຮູ້ ອີກໜຶ່ງອາຊີບ​ທີ່​ລາຍ​​ໄດ້​ດີ ​ໂດຍ​ສະ​ເພາະ​ແມ່ນ​ຂາຍ​ໃນ​ໄລຍະ​ລະດູໜາວຍິ່ງ​ໄດ້​ຂາຍ​ດີ. ອາຊີບ​ທີ່ວ່ານີ້​ແມ່ນການ​ຂາຍ​ເຂົ້າໜົມຄູ່ກໍ​ເປັນ​ອາຊີບໜຶ່ງທີ່​ປະຊາຊົນນິຍົ​ມຂາຍ​ຫລາຍ ​ເພາະຂັ້ນ​ຕອນ​ການ​ເຮັດ​ແມ່​ນບໍ່​ໄດ້​ຫຍຸ້ງຍາກ​ຫລາຍ ​ແລະ​ ​ເຂົ້າໜົມຄູ່​ກໍ່​ກິນ​ກັບ​ອາຫານ​ໄດ້​ຫລາຍ​ເຍື່ອງ ບໍ່​ວ່າຈະ​ກິນ​ຄູ່​ກັບ​ນໍ້າ​ເຕົ້າຮູ້ , ກາ​ເຟ,​ ໂອ​ວັນ​ຕິ​ນ ​ແລະ ກິນ​ກັບ​ເຂົ້າປຽກ​ເຂົ້າ​ກໍ​ແຊບ ດັ່ງ​ນັ້ນ, ຈຶ່ງ​ເຮັດ​ໃຫ້ອາຊີບທີ່​ສ້າງ​ລາຍ​ຮັບ​ໄດ້​ດີ ​ແລະ ບໍ່​ໄດ້​ໃຊ້​ຕົ້ນ​ທຶນ​ຫລາຍ, ​ເຍື່ອງທີຫ້າ​ແມ່ນການຂາຍ​ຕໍາໝາກຫຸງ​ປິ້ງ​ໄກ່ ​ແມ່ນອາຫານ​ທີ່​ຄົນ​ລາວ​ນິຍົມ​ບໍລິ​​ໂພ​ກຢ່າງ​ຫລວງຫລາຍ ຈຶ່ງ​ເຮັດ​ໃຫ້​ອາຊີບ​ການ​ຂາຍ​ອາຫານ​ປະ​ເພດ​ຕໍາ ​ແລະ ປີ້ງ ໄດ້​ຂາຍ​ດີ​ເຖິງ​ວ່າ​ຈະ​ບໍ່​ມີ​ຮ້ານ​ໃຫຍ່​ກໍ​ໄດ້ ພຽງ​ແຕ່​ຊອກ​ຫາ​ສະຖານ​ທີ່​ເໝາະສົມຕັ້ງ​ໂຕະ​ນ້ອຍໆກໍ່ຂາຍ​ໄດ້​ແລ້ວ. ນອກຈາກ​ອາຊີບທີ່​ເວົ້າ​ມາ​ແລ້ວ ຍັງ​ມີອາຊີບ​ການ​ຂາຍເຂົ້າຈີ່​ປາ​ເຕ້, ສາລະ​ເປົາ, ຂາຍ​ປີ້ງ​ເອັນ ​ແລະ ການ​ຂາຍໝູກອບ ໃນ​ຍາມ​ເຊົ້າ ​ແມ່ນ​ໄດ້​ຂາຍ​ດີ ​ເພາະວ່າ.

 ທຸກເມນູ ທີ່ນໍາເໜີມາຂ້າງເທິງນັ້ນຄືສ່ວນໜຶ່ງເທົ່ານັ້ນ ທຸກເມນູລ້ວນ​ແຕ່ຜ່ານປະສົບການຕົວຈິງຂອງຜູ້ຂາຍທີ່​ປະສົບ​ຜົນ​ສໍາ​ເລັດມີເງິນເກັບ, ​ເງິນ​ທ້ອນ, ເງິນໃຊ້ບໍ່​ຂາດມື​ແຕ່ເຖິງຢ່າງໃດກໍ່ດີ ບໍ່​ວ່າ​ຈະ​ເຮັດ​ອາຊີ​ບຫຍັງຂໍແຕ່ມີຄວາມອົດທົນດຸໝັ່ນຂະຫຍັນ ພຽນ ມັນ​ເຮັດ​ແທ້​ທໍາ​ຈິງຕ້ອງ​ຮູ້​ປັບປຸງລົດ​ຊາດ, ການ​ຮັກສາ​ຄວາມ​ອະນາ​ໄມຮ້ານ​ໃຫ້​ສະອາ​ດງາມ​ຕາ ​ເພື່ອ​ດຶງ​ດູດ​ລູກ​ຄ້າ​ຢູ່​ສະ​ເໝີ.

ໂດຍ:  ມາລີດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments