Tuesday, October 22, 2024
Homeຂ່າວໜ້າໜຶ່ງກຽມສະຫລອງວັນອາຫານໂລກ ແລະ ວັນສາກົນ-ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 9 ຕຸລານີ້

ກຽມສະຫລອງວັນອາຫານໂລກ ແລະ ວັນສາກົນ-ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ 9 ຕຸລານີ້

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບພາກສ່ວນກ່ຽວຂ້ອງ ກຽມຈັດພິທີສະເຫລີມສະຫລອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2023 ໃນວັນທີ 9 ຕຸລາ 2023 ທີ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ນະຄອນຫລວງວຽງຈັນ ເພື່ອລະນຶກເຖິງວັນສຳຄັນດັ່ງກ່າວ.

ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 5 ຕຸລາ 2023 ນີ້ວ່າ: ການສະເຫລີມສະຫລອງ ວັນອາຫານໂລກ ໃນປີ 2023 ນີ້ ແມ່ນຄົບຮອບ 43 ປີ ພາຍໃຕ້ຄໍາຂວັນທີ່ວ່າ: “ນໍ້າປຽບເໝືອນດັ່ງຊີວິດ, ນໍ້າຄືແຫລ່ງກໍາເນີດອາຫານຂອງພວກເຮົາ, ພວກເຮົາພ້ອມກັນກ້າວໄປ”. ສ່ວນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ແມ່ນຄົບຮອບ 31 ປີ ແລະ ສັບປະດາແຫ່ງຊາດ ຄົບຮອບ 20 ປີ ພາຍໃຕຄຳຂວັນທີ່ວ່າ:“ພ້ອມກັນຈັດຕັັ້ງປະຕິບັດໃຫ້ປະກົດຜົນເປັນຈິງເພື່ອກຽດສັກສີຂອງທຸກຄົນ’’.

ໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບຫລາຍໆບັນຫາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດ ກໍໃຫ້ເກີດການແພ່ລະບາດຂອງພະຍາດຄົນ, ພະຍາດສັດ-ພືດ ຢ່າງຕໍ່ເນື່ອງ, ເກດມີໄພພິບັດທາງທໍາມະຊາດ ທີ່ນັບມື້ນັບຮ້າຍແຮງ, ລວມທັງລາຄາສິນຄ້າ ແລະ ນໍ້າມັນເຊື້ອໄຟສູງຂຶ້ນ, ມີຄວາມຂັດແຍ່ງຕ່າງໆ ແລະ ຄວາມເຄັັ່ງຕຶງໃນບາງຂົງເຂດຢູ່ໃນໂລກ, ຊຶ່ງໄດ້ສືບຕໍ່ສົ່ງຜົນກະທົບຕໍ່ປະຊາກອນໃນໂລກໃນການຜະລິິດ ແລະ ການເຂົ້າເຖິງສະບຽງອາຫານ ແລະ ປະສົບກັບຄວາມອຶດຫິວຍ້ອນບັນຫາທີ່ກ່າວມານັັ້ນ. ສະນັ້ນ ການໂຮມຊຸມນຸມ 2 ວັນດັ່ງກ່າວ ແມ່ນມຄວາມໝາຍຄວາມສໍາຄັນຫລາຍ, ບໍ່ສະເພາະແຕ່ເປັນການປກຈິດສໍານຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ ເທົ່ານັ້ນ ແຕ່ຍັງເປັນການສ້າງແຮງຈູງໃຈໃຫ້ທຸກຄົນ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວ. ພ້ອມທັງເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຜະລິດສະບຽງອາຫານ ໃຫ້ມີປະສິດທິພາບ ແລະ ຍືນຍົງ.

ໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ຕາງໜ້າກະຊວງກະສິກໍາ ແລະ ປ່າໄມ້ ກໍຄື ຄະນະຮັບຜິດຊອບຈັດງານດັ່ງກ່າວ ໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ພ້ອມທັງ ບັນດາຄູ່ຮ່ວມພັດທະນາຕ່າງໆຢູ່ ສປປ ລາວ ຈົ່ງພ້ອມກັນ ເປັນເຈົ້າການສະເຫລີມສະຫລອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປີນີ້ໃຫ້ເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ກໍຄື ການຮ່ວມກັນ ເຮັດວຽກເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ທຸກຄົນ ສາມາດເຂົ້າເຖິງ ອາຫານທີ່ມີໂພຊະນາການໄດ້ທຸກສະຖານທີ່ຕະຫລອດປີ.

ຂ່າວ: ວຽງສະຫວັນ

ພາບ: ເກດສະໜາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments