Tuesday, October 22, 2024
Homeຂ່າວໜ້າໜຶ່ງລາຍງານຄວາມຄືບໜ້າການກະກຽມ ເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ງານ ATF 2024

ລາຍງານຄວາມຄືບໜ້າການກະກຽມ ເປັນເຈົ້າພາບກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ງານ ATF 2024

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມລາຍງານ ຄວາມຄືບໜ້າການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 17 ແລະ ມະຫາກຳການທ່ອງທ່ຽວອາຊຽນ( ASEAN Tourism Forum 2024 ຫລື ATF 2024) ໃນວັນທີ 5 ຕຸລາ 2023 ໂດຍການເປັນປະທານຂອງ ທ່ານ ນາງ ສວນ ສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍຜູ້ ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ໂດຍອະນຸກຳມະການຕ່າງໆທີ່ກ່ຽວຂ້ອງ ໄດ້ ລາຍງານຄວາມຄືບ ໜ້າການກະກຽມວຽກງານຮອບດ້ານຂອງຕົນ ທີ່ກ່ຽວຂ້ອງກັບ ATF 2024, ພ້ອມທັງປຶກສາຫາລືເເລກປ່ຽນ ຂໍ້ມູນຂ່າວສານ ເເລະ ຊອກຫາວິທີການທີ່ເໝາະສົມ ເພື່ອເຮັດໃຫ້ການກະກຽມວຽກງານຕ່າງໆ ໃຫ້ບັນລຸຜົນສຳເລັດ ຕາມເເຜນທີ່ໄດ້ກຳນົດໄວ້.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະເເດງຄວາມຂອບໃຈມາຍັງຂະເເໜງການທີ່ກ່ຽວຂ້ອງ, ກໍຄື ແຕ່ລະອະນຸກຳມະການ ລວມທັງພາກທຸລະກິດ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນ ໃນການປະສານງານ, ການຈັດກອງປະ ຊຸມຍ່ອຍ ເເຕ່ລະໜ່ວຍງານ ເເລະ ໄດ້ມີການຊຸກຍູ້, ຕິດຕາມ ວຽກງານຮ່ວມກັນໄດ້ດຳເນີນໄປເປັນປົກກະຕິ ເເລະ ເຮັດໃຫ້ວຽກງານເເຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດ. ພ້ອມນີ້, ທ່ານ ຍັງໄດ້ເນັ້ນໃຫ້ທຸກຂະແໜງການກ່ຽວຂ້ອງ ຮ່ວມກັນສຸມໃສ່ຈັດຕັ້ງປະຕິບັດ ວຽກງານຕ່າງໆປິ່ນອ້ອມໃຫ້ມີຜົນສຳເລັດຕາມຄາດໝາຍ ເປັນຕົ້ນ ຕ້ອງກຳນົດເເຜນ ລະອຽດ ພິທີເປີດ, ພິທີປິດ ATF 2024, ການຈັດເວທີກອງປະຊຸມ, ການຕົບເເຕ່ງເວທີມອບລາງວັນ ເເລະ ງານຖະເເຫລງຂ່າວ; ປັບປຸງຄືນຮ່າງເເຜນການເຄື່ອນໄຫວ ATF 2024; ສ້າງລາຍການທ່ອງທ່ຽວໃຫ້ເເກ່ຄະນະຜູ້ ເເທນ ເເລະ ລາຍການຂາຍທ່ອງທ່ຽວ; ຈັດຕາຕະລາງລົດຂົນສົ່ງ ເເລະ ລົດຕູ້ບໍລິການໃຫ້ເຊົ່າ; ຄວາມພ້ອມກ່ຽວກັບ ບັນດາຮ້ານອາຫານ ເພື່ອຮັບປະກັນທາງດ້ານຄຸນະພາບຄວາມສະອາດ, ຄວາມປອດໄພ; ຄວາມພ້ອມກ່ຽວກັບລະ ບົບໄຟ, ເເສງ, ສີ, ສຽງ ໃນເວທີກອງປະຊຸມ ເເລະ ງານຕ່າງໆ; ການອຳນວຍຄວາມສະດວກ ເເຈ້ງເຂົ້າ-ອອກເມືອງ ຂອງຄະນະຜູ້ເເທນ, ການນຳເຂົ້າສິນຄ້າ, ສິ່ງພິມ ເເລະ ອຸປະກອນທີ່ຈຳເປັນ ຂອງຄະນະຜູ້ເເທນ; ການກຳນົດຈຸດ ປ້າຍໂຄສະນາກອງປະຊຸມ ATF 2024 ຢູ່ ສະໜາມບິນວັດໄຕ, ຫ້ອງປະຊຸມ 6 ໂຮງເເຮມທາງການ ເເລະ ຕາມເສັ້ນທາງຈຳນວນໜຶ່ງທີ່ ກະຊວງ ຍທຂ ອະນຸມັດ; ອອກເເບບກ່ຽວກັບຮ້ານວາງສະເເດງການທ່ອງທ່ຽວ ຂອງລາວ; ກະກຽມບັດເຊີນຈັດສົ່ງໃຫ້ປະເທດສະມາຊິກອາຊຽນ, ປະເທດຄູ່ເຈລະຈາ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຂົ້າຮ່ວມງານ ແລະ ວຽກງານສົມທົບນຳກອງເລຂາອາຊຽນ ເພື່ອກະກຽມເນື້ອໃນ, ວາລະກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງ.

ທ່ານ ຄົມ ດວງຈັັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຕາງໜ້າໃຫ້ກອງເລຂາ ATF 2024 ເເລະ ບັນດາອະນຸກໍາມະການທີ່ກ່ຽວຂ້ອງ ລາຍງານຄວາມຄືບໜ້າໃນການກະກຽມ ເປັນເຈົ້າພາບ 2024 ເຊິ່ງ ໃນວັນທີ 23-24 ມັງກອນ 2024 ຈະຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ, ສ່ວນ ວັນ ທີ 25-26 ມັງກອນ 2024 ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ເເລະ ກອງປະຊຸມທີ່ກ່ຽວຂ້ອງ, ສະຖານ ທີ່ຢູ່ໂຮງເເຮມເເລນມາກ. ສຳລັບ ພິທີເປີດ ATF 2024 ຈະຈັດຂຶ້ນ ໃນວັນທີ 24 ມັງກອນ ຢູ່ໂຮງເເຮມດອນຈັນ ພາເລດ. ງານມະຫະກໍາການທ່ອງທ່ຽວຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: ການທ່ອງທ່ຽວທີ່ມີຄຸນນະພາບ ເເລະ ຄວາມ ຮັບຜິດຊອບ ເພື່ອຄວາມຍືນຍົງໃນອານາຄົດຂອງອາຊຽນ.

ສຳລັບ ດ້ານທີ່ພັກ ໄດ້ກຳນົດເອົາ 6 ໂຮງເເຮມທາງການຄື: ໂຮງເເຮມເເລນມາກ 1-2, ໂຮງເເຮມລາວພາຊາ, ໂຮງເເຮມຄຣາວພາຊາ, ໂຮງເເຮມເມືອງເເທັງ, ໂຮງເເຮມໂປລີ້ວຽງຈັນ ເເລະ ໂຮງເເຮມ ST ວັດໄຕ ເຊິ່ງສາມາດ ຮອງຮັບຄະນະຜູ້ເເທນມາຮ່ວມກອງປະຊຸມ ເເລະ ມາຮ່ວມງານວາງສະເເດງຢ່າງພຽງພໍ, ຄາດຄະເນ ຜູ້ເເທນທີ່ຈະມາ ຮ່ວມງານ ATF 2024 ປະມານ 250-300 ຄົນ. ສ່ວນວຽກງານສິລະປະ ເເລະ ການສະເເດງ ໄດ້ກະກຽມລາຍ ການສະເເດງຮັບໃຊ້ພິທີເປີດ ATF 2024 3 ລາຍການຄື: ເປົ່າເເຄນວົງ, ຮ້ອງຄູ່ຍິງ-ຊາຍ (ເພງໃໝ່), ຟ້ອນຍິນດີ ຕ້ອນຮັບ ເເລະ ອີກ 7 ລາຍການ ໃນງານລ້ຽງວັນທີ 24 ມັງກອນ 2024. ສຳລັບວຽກງານມອບລາງວັນມາດຕະ ຖານທ່ອງທ່ຽວອາຊຽນ, ວຽກງານສື່ມວນຊົນ, ວຽກງານວາງສະເເດງການທ່ອງທ່ຽວອາຊຽນ ແລະ ວຽກງານອື່ນໆ ກໍໄດ້ປະສານສົມທົບກັບຂະແໜງການທີ່່ກ່ຽວຂ້ອງ ເຫັນວ່າມີຜົນສຳເລັດໃນຫລາຍດ້ານ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments