Tuesday, October 22, 2024
Homeຂ່າວຕ່າງປະເທດສປ ຈີນ-ເຊເນການ ຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງ ຫັນເປັນທັນສະໄໝ

ສປ ຈີນ-ເຊເນການ ຮ່ວມມືດ້ານການກໍ່ສ້າງພື້ນຖານໂຄງລ່າງ ຫັນເປັນທັນສະໄໝ

ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ປະເທດ ເຊເນການ ເປັນປະເທດ ທຳອິດ ຢູ່ອາຟຣິກາ ຕາເວັນຕົກ ທີ່ໄດ້ລົງນາມ ໃນສັນຍາ ຮ່ວມມື ກ່ຽວກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກັບຈີນ. ຫລັງຈາກ ທ່ານ ແມັກກີ ຊານ, ປະທານາທິບໍດີ ເຊເນການ ໄດ້ໃຫ້ສຳພາດວ່າ: ເຊເນການ ມີສາຍພົວພັນ ສອງຝ່າຍທີ່ດີ ກັບ ສປ ຈີນ. ເມື່ອເບິ່ງຈາກ ການຕິດຕໍ່ ພົວພັນ ສອງຝ່າຍ, ການຢ້ຽມຢາມ ເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນ ສອງຝ່າຍ, ແລະ ສາຍພົວພັນ ດ້ານພັກການເມືອງແລ້ວ ເຫັນວ່າ, ນີ້ເປັນ ສາຍພົວພັນ ແບບຕ່າງຝ່າຍ ຕ່າງມີຜົນປະໂຫຍດ. ຜົນສຳ ເລັດ ທຸກຢ່າງ ທີ່ໄດ້ມາຈາກ ຂອບແຜນ ການຈະເລີນໃໝ່ ຂອງເຊເນການ, ເຊິ່ງລວມທັງ ການກໍ່ສ້າງ ທາງດ່ວນ, ພື້ນຖານ ໂຄງລ່າງ ຂະໜາດໃຫຍ່, ພື້ນຖານ ໂຄງລ່າງກິລາ ແລະ ອື່ນໆ, ພ້ອມດ້ວຍ ໂຄງການ ພັດທະນາ ຊົນລະປະທານ ຢູ່ຊົນນະບົດ, ນິຄົມອຸດສາຫະກຳໃໝ່ ແລະ ຫລາຍ ໂຄງການ ອື່ນໆ.ຂະນະທີ່ ໂຄງການທີ່ຮ່ວມມືກັບ ສປ ຈີນ ຈະສາມາດ ສຳເລັດ ໄດ້ພາຍ ໃນ ເວລາອ່າວສັ້ນ, ເຊິ່ງເຮັດໃຫ້ ເຊເນການ ມີໂສມໜ້າ ແບບທັນສະໄໝ ແລະ ຈະເລີນ ໃໝ່ ໃນປັດຈຸບັນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments