Monday, October 21, 2024
Homeຂ່າວຕ່າງປະເທດເສດຖະກິດຈີນ ເລັ່ງຟື້ນຟູຄືນໃໝ່

ເສດຖະກິດຈີນ ເລັ່ງຟື້ນຟູຄືນໃໝ່

ຕາມຂ່າວຈາກ ວິທະຍຸ ສາກົນ ສປ ຈີນ, ເສດຖະກິດ ຈີນ ມີທ່າອ່ຽງ ເລັ່ງຟື້ນຟູ ຄືນໃໝ່ ພາຍຫລັງ ການເຄື່ອນໄຫວ ຢູ່ບໍລິເວນ ອ້ອມຂ້າງ ຮ້ານຊັບພະສິນຄ້າ ຂະໜາດໃຫຍ່ ຂອງສປ ຈີນ ມີຄວາມຄຶກຄື້ນ ຍິ່ງຂຶ້ນ ໃນເດືອນສິງຫາ ແລະ ເດືອນກັນຍາ ທີ່ຜ່ານມາ ຊຶ່ງຈັດຢູ່ໃນລະດັບ ທີ່ຄຶກຄື້ນ ສົມຄວນ ຫລັງຈາກ ບໍລິສັດ ສະເປສໂນ (spaceknow) ຂອງ ສ.ອາເມລິກາ ຊຶ່ງເປັນ ບໍລິສັດ ວະເຄາະ ເສດຖະກິດໂລກ ໂດຍອາໄສ ຕົວເລກ ຈາກດາວທຽມ ໄດ້ສະແດງ ໃຫ້ເຫັນວ່າ: ອຸດສາຫະກຳ ກໍ່ສ້າງ ຂອງ ສປ ຈີນ ໄດ້ພັດທະນາ ເປັນຢ່າງດີ, ຄວາມໝັ້ນໃຈ ຂອງຜູ້ບໍລິໂພກ ພວມຟື້ນຟູ ຄືນໃໝ່. ຂະນະທີ່ ເສດຖະກິດຈີນ ມີທ່າອ່ຽງ ເຕີບໂຕໄວຂຶ້ນ ໃນຫລາຍອາທິດ ຜ່ານມາ. ດັດສະຊີ ການເຕີບໂຕ ຂອງຂະ ແໜງການຕ່າງໆ ໃນເດືອນກັນຍາ ຜ່ານມາ ຂອງ ສປ ຈີນ ເພີ່ມຂຶ້ນເປັນ 53,1% ກາຍເປັນ ສະຖິຕິ ຄັ້ງໃໝ່ ໃນໄລຍະ6 ເດືອນຜ່ານມາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments