Sunday, October 20, 2024
Homeຂ່າວການເມືອງທູດລາວຍື່ນສານຕາຕັ້ງຕໍ່ອົງມົງກຸດຣາຊະກຸມມານ ແຫ່ງ ຣາຊະອານາຈັກບາເຣນ

ທູດລາວຍື່ນສານຕາຕັ້ງຕໍ່ອົງມົງກຸດຣາຊະກຸມມານ ແຫ່ງ ຣາຊະອານາຈັກບາເຣນ

ໃນວັນທີ 28 ກັນຍາ ຜ່ານມາ ຢູ່ ສໍານັກພະລາຊະວັງ Al Sakhir ທີ່ ນະຄອນຫລວງມານາມາ ປະເທດບາເຣນ ທ່ານ ບຸນ ອິນທະບັນດິດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ຊາມານ ບິນ ຮາມັດ ອາສ-ຄາລິຟາ ອົງມົງກຸດຣາຊະກຸມມານ ແລະ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກບາເຣນ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກບາເຣນ ໂດຍມີສໍານັກງານຕັ້ງຢູ່ ລັດກູເວດ.

ໃນໂອກາດອັນສໍາຄັນນີ້, ອົງມົງກຸດຣາຊະກຸມມານ ແຫ່ງ ຣາຊະອານາຈັກບາເຣນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ບຸນ ອິນທະບັນດິດ ທີ່ໄດ້ຖືກແຕ່ງຕັ້ງມາເປັນເອກອັກຄະລັດຖະທູດຄົນໃໝ່ ແຫ່ງ ສປປ ລາວ ປະຈໍາ ບາເຣນ ເພື່ອປະຕິບັດໜ້າທີ່ອັນສົມກຽດ ແລະ ສູງສົ່ງດັ່ງກ່າວ ແລະ ເຊື່ອໝັ້ນວ່າ ທ່ານຈະສືບຕໍ່ສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດນັ້ນ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຂໍອວຍພອນໃຫ້ໄດ້ຮັບຜົນສໍາເລັດໃນການເຄື່ອນໄຫວວຽກງານການທູດຂອງຕົນທຸກປະການຢູ່ປະເທດບາເຣນ. ສຸດທ້າຍ ສົມເດັດ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດມາຍັງພະນະທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໃນໂອກາດນີ້, ທ່ານ ບຸນ ອິນທະບັນດິດ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮັບເອົາການແຕ່ງຕັ້ງມາເປັນເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກບາເຣນ ແລະ ຢືນຢັນວ່າ ປະທານປະເທດແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືການພົວພັນທີ່ດີລະຫວ່າງສອງປະເທດທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນຕັ້ງແຕ່ວັນທີ 15 ທັນວາ 2002 ເປັນຕົ້ນມາ. ໃນໂອກາດຖືກແຕ່ງຕັ້ງເປັນເອກອັກຄະລັດຖະທູດລາວ ຈະປະຕິບັດໜ້າທີ່ການທູດໃຫ້ດີທີ່ສຸດ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງສອງປະເທດທີ່ມີມາແລ້ວໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດ ຈາກທ່ານປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດຣາຊາທິບໍດີ ແຫ່ງ ບາເຣນ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຂໍໃຫ້ປະຊາຊົນບາເຣນ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນະຖາວອນ.

ຂ່າວ: ກະຊວງຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments