Sunday, October 20, 2024
Homeຂ່າວຕ່າງປະເທດທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ເພື່ອລະນຶກວິລະຊົນປະຊາຊົນ

ທ່ານ ສີຈິ້ນຜິງ ເຂົ້າຮ່ວມພິທີວາງກະຕ່າດອກໄມ້ເພື່ອລະນຶກວິລະຊົນປະຊາຊົນ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ວັນທີ 30 ກັນຍານີ້ ແມ່ນວັນລະນຶກວິລະຊົນຜູ້ເສຍສະຫລະຊີວິດແຫ່ງຊາດຈີນ ຄັ້ງທີ 10. ຕອນເຊົ້າມື້ດຽວກັນ, ທ່ານ ສີຈິ້ນຜິງ ແລະ ຜູ້ນຳທ່ານອື່ນໆຂອງພັກ-ລັດ ພ້ອມດ້ວຍຜູ້ຕາງໜ້າຈາກວົງການຕ່າງໆ ໄດ້ເຂົ້າໄປວາງກະຕ່າດອກໄມ້ເພື່ອລະນຶກວິລະຊົນປະຊາຊົນຢູ່ສະໜາມຫລວງທ່ຽນອ່ານເໝິນ ທີ່ນະຄອນຫລວງປັກກິ່ງ.

ເດືອນສິງຫາ ປີ 2014, ອົງການນິຕິບັນຍັດຈີນ ໄດ້ຜ່ານມະຕິ ຈັດເອົາວັນທີ 30 ກັນຍາຂອງທຸກໆປີເປັນວັນລະນຶກວິລະຊົນຜູ້ເສຍສະຫລະຊີວິດ. ລັດຖະບານຈີນ ຈະຈັດກິດຈະກຳລະນຶກວິລະຊົນຜູ້ເສຍສະຫລະຊີວິດ ໃນວັນທີ 30 ກັນຍາຂອງທຸກໆປີ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ວິລະຊົນຜູ້ເສຍສະຫລະຊີວິດ ແລະ ເຮັດໃຫ້ນ້ຳໃຈວິລະຊົນສະຫຼັກໄວ້ໃນດວງໃຈຂອງຊົນຊາດຈີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments