Saturday, October 19, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດກອງທັບ ຣາຊະອານາຈັກກຳປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດກອງທັບ ຣາຊະອານາຈັກກຳປູເຈຍ

ໃນວັນທີ 2 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງປີເຊນ ຜູ້ບັນຊາການທະຫານສູງສຸດກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລານີ້.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ວົງປີເຊນ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມື ຂອງສອງປະເທດ ຖານບ້ານພີ່ເມືອງນ້ອງ ບ້ານແກ່ວເມືອງດອງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການພົວພັນຮ່ວມມື ສອງກອງທັບ ລາວ-ກຳປູເຈຍ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນໄປເລື້ອຍໆ ເຊິ່ງໄລຍະຜ່ານມາເຫັນວ່າ ການນໍາຂອງສອງປະເທດ ກໍໄດ້ມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນ, ຍົກສູງການພົວພັນຮ່ວມມື ເຮັດໃຫ້ຫລາຍຂະແໜງ ການມີຜົນສໍາເລັດຫລາຍດ້ານ.

ໃນໂອກາດດຽວກັນນີ້, ທ່ານ ພົນເອກ ວົງປີເຊນ ພ້ອມດ້ວຍຄະນະ ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງ ຖືໂອກາດນີ້ແຈ້ງຈຸດປະສົງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ ຮັບຊາບ ຕື່ມອີກ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments