Saturday, October 19, 2024
Homeຂ່າວຕ່າງປະເທດລະດັບການເຕີບໂຕເສດຖະກິດຫວຽດນາມ ຈະບັນລຸ 5,8%ໃນປີ 2023

ລະດັບການເຕີບໂຕເສດຖະກິດຫວຽດນາມ ຈະບັນລຸ 5,8%ໃນປີ 2023

ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ, ການເຕີບໂຕ ເສດ ຖະກິດຂອງ ສສ ຫວຽດນາມ ຈະມີການເຕີບໂຕ ລະດັບ 5,8% ໃນປີ 2023 ແລະ 6% ໃນປີ 2024, ຫລຸດລົງໜ້ອຍໜຶ່ງ ເມື່ອທຽບໃສ່ກັບ ການຄາດຄະເນ ເມື່ອເດືອນ ເມສາແມ່ນ 6,5% ແລະ 6,8%. ໃນຂະນະນັ້ນ, ບັນດາ ການຄາດ ຄະເນ ກ່ຽວກັບ ໄພເງິນເຟີ້ ໄດ້ຮັບການດັດປັບ ຫລຸດ ລົງແຕ່ 4,5% ລົງ ເຫລືອ 3,8% ໃນປີ 2023 ແລະ ຈາກ 4,2% ລົງເຫລືອ 4% ໃນປີ 2024.ນີ້ແມ່ນເນື້ອໃນ ທີ່ໄດ້ເຕື້ອງເຖິງ ໃນບົດລາຍງານ ແງ່ຫວັງ ພັດທະນາ ອາຊີ (ADO) ໂດຍທະນາຄານ ພັດທະນາ ອາຊີ (ADB) ປະກາດ ໃນການ ຖະແຫລງຂ່າວ ທີ່ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ກັນຍາ ຢູ່ຮ່າ ໂນ້ຍ. ບົດລາຍງານຂອງ ADB ຍົກໃຫ້ເຫັນບັນດາປັດໄຈ ຕົ້ນຕໍ່ທີ່ສົ່ງ ຜົນກະທົບຕໍ່ ພື້ນຖານເສດຖະກິດ ຫວຽດນາມ, ລວມມີ: ສະພາບການ ເສດຖະກິດ ທົ່ວໂລກ ຖືກຊຸດໂຊມ, ການຮັດແໜ້ນ ເງິນຕາ ຢູ່ບາງປະເທດ ພັດທະນາ ແລະ ການຂາດວັກ ຂາດຕອນຍ້ອນຄວາມເຄັ່ງຕຶງ ດ້ານພູມ ສາດ ການເມືອງ ໃນທົ່ວໂລກ ເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ. ຂະນະທີ່ ທ່ານ ຊານຕານູ ຊາກຣາບໍຣຕີ(Shantanu Chakraborty), ຜູ້ອຳນວຍການ ແຫ່ງຊາດ ຂອງ ADB ປະຈຳ ຫວຽດນາມ ໄດ້ກ່າວເນັ້ນວ່າ: ພື້ນຖານ ເສດຖະກິດ ຫວຽດນາມ ຄາດວ່າ ຈະມີການຟື້ນຟູ ໂດຍໄວ ໃນອະນາຄົດ ໃກ້ໆນີ້ ຍ້ອນການບໍລິໂພກ ຢູ່ພາຍໃນປະເທດ ເພີ່ມຂຶ້ນຢ່າງແຮງ, ໄພເງິນເຟີ້ ໄດ້ຮັບການໜູນຊ່ວຍ ຢູ່ລະດັບພໍດີ, ການເພີ່ມຄວາມໄວ ໃນການປ່ອຍເງິນ ລົງທຶນ ພາກລັດ ແລະ ການປະຕິຮູບການເຄື່ອນໄຫວ ດ້ານການຄ້າ. ການເຕີບໂຕ ເສດຖະກິດ ມີຄວາມສາມາດ ຟື້ນຟູ ໃນສະພາບການປະສົບກັບ ສິ່ງທ້າຍນາໆ ປະການ. ດັ່ງນັ້ນ, ແງ່ຫວັງ ມີຄວາມປະເອີບໃຈ ພໍສົມຄວນ. ເສດຖະກິດ ຍັງມີການພັດທະນາ ໃນລະດັບ 5,8–6%, ແຕ່ຕ້ອງມີຄວາມລະມັດລະວັງ ຕໍ່ບັນດາຄວາມສ່ຽງ ທີ່ເກີດຂຶ້ນໃນປັດຈຸບັນ. ບັນດາ ປັດໄຈ ພາຍໃນ ປະເທດ ແລະ ນະໂຍບາຍ ເປັນເຈົ້າການ ຈະແມ່ນພື້ນຖານ ເພື່ອການເຕີບໂຕ ເສດຖະກິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments