Saturday, October 19, 2024
Homeຂ່າວຕ່າງປະເທດອາຊຽນ ຊຸກຍູ້ການປົກປ້ອງສິດແມ່ຍິງ-ເດັກ

ອາຊຽນ ຊຸກຍູ້ການປົກປ້ອງສິດແມ່ຍິງ-ເດັກ

ຕາມຂ່າວຈາກ ວິທະຍຸສາກົນ ຫວຽດນາມ,ໃນການເຄື່ອນໄຫວ ຂອງຄະນະ ກຳມະການ ຊຸກຍູ້ ແລະ ປົກປ້ອງສິດ ຂອງແມ່ຍິງ ແລະ ເດັກໃນ ອາຊຽນ ບັນລຸໄດ້ ຜົນງານ ເປັນໜ້າຊື່ນຊົມ ຫລາຍຢ່າງ ໃນການຍົກສູງ ຄຸນນະພາບ ຊີວິດການເປັນຢູ່ ຂອງແມ່ຍິງ ແລະ ເດັກ ຜ່ານການປະຕິບັດ ບັນດາແຜນການເຄື່ອນໄຫວ ໄລຍະ 5 ປີ (2012–2016 ແລະ 2016–2020) ດ້ວຍການເຄື່ອນໄຫວ ກ່ຽວກັບການຊຸກຍູ້ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ. ນີ້ແມ່ນຂໍ້ມູນ ຂ່າວສານ ທີ່ໄດ້ຢັ້ງຢືນ ຢູ່ກອງປະຊຸມ ປຶກສາຫາລື ແຫ່ງຊາດຂອງ ຄະນະ ກຳມະການ ຊຸກຍູ້ ແລະ ປົກປ້ອງສິດ ຂອງແມ່ຍິງ ແລະ ເດັກ ໃນ ອາຊຽນ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຂຶ້ນ ຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ເມື່ອບໍ່ດົນມານີ້ ຢູ່ ນະຄອນຫລວງ ຮ່າໂນ້ຍ ຂອງສສ ຫວຽດນາມ ໂດຍມີ ບັນດາຜູ້ແທນ ໄດ້ປຶກສາຫາລື ກ່ຽວກັບ ການປົກປ້ອງເດັກ ໃນສື່ສັງຄົມ ອອນລາຍ, ພິເສດ ແມ່ນການປະຕິບັດຖະແຫລງການ ອາຊຽນ ກ່ຽວກັບ ການປົກປ້ອງເດັກ ພົ້ນຈາກ ທຸກຮູບແບບ ການຂູດຮີດ ແລະ ສວຍໃຊ້ທາງ ອອນໄລ ລະດັບຊາດ. ນີ້ແມ່ນໂອກາດ ເພື່ອໃຫ້ ຫວຽດນາມ ຮຽນຮູ້ທຸກແບບ ຢ່າງດີເດັ່ນ ແລະ ປະສົບການ ຈາກປະເທດອື່ນ ໃນຂົງເຂດປົກປ້ອງເດັກ ໃນສື່ສັງຄົມ ອອນໄລ, ໜູນຊ່ວຍ ໃຫ້ການສືບຕໍ່ຊຸກຍູ້ ບັນດາການກະທຳ ເພື່ອຮັບປະກັນສິດ ຂອງເດັກ ຢູ່ລະດັບຊາດ ໃນໄລຍະໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments