Friday, October 18, 2024
Homeຂ່າວພາຍໃນກຳມາທິການຕ່າງປະເທດ ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

ກຳມາທິການຕ່າງປະເທດ ສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ວັນທີ 27 ກັນຍາ 2023 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວ ຕິດຕາມສະ ພາບການຄຸ້ມຄອງດ່ານສາກົນ(ການຂົນສົ່ງສິນຄ້າຜ່ານແດນ), ການຄຸ້ມຄອງຄົນຕ່າງປະເທດ ເຂົ້າ-ອອກເມືອງ, ບັນຫາການລັກລອບແຕ່ງງານ ລະຫວ່າງຄົນລາວ ກັບ ຄົນຕ່າງປະເທດແບບຜິດກົດໝາຍ, ການຄຸ້ມຄອງຄົນຕ່າງດ້າວ ແລະ ແຮງງານຕ່າງປະເທດ, ການຄຸ້ມຄອງການເຄື່ອນໄຫວ ຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງທາງສັງຄົມຂອງຄົນຕ່າງປະເທດ, ການຄຸ້ມຄອງໂຄງການລົງທຶນ ແລະ ໂຄງການຊ່ວຍເຫລືອລ້າຂອງຕ່າງປະເທດ ລວມເຖິງສະພາບການຄ້າຂາຍຕາມບໍລິເວນຊາຍແດນ.

ໂອກາດນີ້, ທ່ານເຈົ້າແຂວງຄຳມ່ວນ ໄດ້ກ່າວຕ້ອນຮັບ ແລະ ແຈ້ງສະພາບໂດຍລວມຂອງການ ຈັດຕັ້ງປະຕິບັດວຽກງານຕ່າງໆຂອງແຂວງຄຳມ່ວນ ໂດຍສະເພາະທາງດ້ານວຽກງານການພົວພັນຮ່ວມມືທາງດ້ານການເມືອງ, ການຄ້າຊາຍແດນ, ການຮ່ວມມືດ້ານການປ້ອງກັນຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍຕາມຊາຍແດນ, ການຄຸ້ມຄອງບັນດາໂຄງການລົງທຶນ, ໂຄງການຊ່ວຍເຫລືອຂອງຕ່າງປະ ເທດ ແມ່ນສາມາດຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ພ້ອມນີ້ທ່ານເຈົ້າແຂວງຄຳມ່ວນ ຍັງໄດ້ສະເໜີມາຍັງປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດ ຊ່ວຍສະເໜີຕໍ່ໄປຍັງລັດຖະບານ ໃນການບິແບ່ງ ງົບປະມານ ເພື່ອນຳໃຊ້ເຂົ້າໃນການປັບປຸງ, ພັດທະນາພື້ນຖານໂຄງລ່າງໃນບັນດາດ່ານສາກົນ ລວມເຖິງການຕົບແຕ່ງປະດັບປະດາດ່ານ ໃຫ້ມີຄວາມສວຍງາມ, ເປັນລະຽບຮຽບຮ້ອຍ ສົມກັບເປັນດ່ານໜ້າໃນການຕ້ອນຮັບນັກທ່ອງທ່ຽວ ເພື່ອດຶງດູດ ແລະ ຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວລາວ ໃນປີ 2024 ທີ່ຈະມາເຖິງນີ້.

ຂ່າວ: ກອງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments