Friday, October 18, 2024
Homeຂ່າວໜ້າໜຶ່ງໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2023

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2023

ກອງປະຊຸມສະໄໝສາມັນຂອງ ລັດຖະບານ ປະຈຳເດືອນກັນຍາ 2023 ໄດ້ໄຂຂຶ້ນ ໃນ ວັນທີ 28 ກັນຍາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ການນໍາຂອງບັນດາແຂວງ, ນະຄອນ ຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023. ກອງປະຊຸມຄັ້ງນີ້, ໄຂຂຶ້ນໃນທ່າມກາງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສະຫລັບສັບຊ້ອນ ແລະ ພວມປະເຊີນໜ້າກັບຫລາຍວິກິດການ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງທາງດ້ານເສດຖະກິດ, ການເມືອງ, ການຕ່າງປະເທດ, ການທະຫານ, ການຄ້າ, ເຕັກໂນໂລຊີ ແລະ ເກີດມີການປ່ຽນແປງທາງດ້ານການພົວພັນສາກົນ, ທາງດ້ານພູມມີສາດ ໄປເຖິງການເກີດການພົວພັນແບບຫລາຍຂົ້ວ, ຫລາຍກຸ່ມການເມືອງ, ການທະຫານ ແລະ ເສດຖະກິດ ເຮັດໃຫ້ສະພາບການໂດຍລວມ ຍັງມີການຜັນແປຢ່າງຄາດເດົາໄດ້ຍາກ ລວມທັງບັນຫາໄພພິບັດທາງທຳມະຊາດຕ່າງໆ, ເຊິ່ງທັງໝົດນັ້ນ ກໍເປັນສາເຫດ, ປັດໄຈ ທີ່ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ການລົງທຶນ, ການຄ້າ ເຮັດໃຫ້ອັດຕາເງິນເຟີ້ຢູ່ໃນຫລາຍປະເທດສູງຂຶ້ນໃນຮອບຫລາຍປີ, ທັງສົ່ງຜົນກະທົບຊ້ຳເຕີມຢ່າງຊັດເຈນ ຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຢູ່ຫລາຍປະເທດໃນໂລກ. ສໍາລັບຢູ່ປະເທດເຮົາ ກໍໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ຢ່າງຕໍ່ເນື່ອງ ໂດຍສະເພາະບັນຫາລາຄານ້ຳມັນໂລກ ທີ່ປັບສູງຂຶ້ນໄວບວກກັບຄວາມຕ້ອງການນຳໃຊ້ເງິນຕາຫລາຍຂຶ້ນ ຈຶ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ລາຄາສິນຄ້າ ມີການເໜັງຕີງແຮງ.

ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານ ກໍຄື ຄະນະສະເພາະກິດ 19/ກມສພ ກໍໄດ້ວາງມາດຕະການຕ່າງໆ ເພື່ອແກ້ໄຂ ແລະ ໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໄປຄຽງຄູ່ກັບສຸມໃສ່ລົງເຄື່ອນໄຫວເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງ ກັບການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນຢູ່ບັນ ດາແຂວງທົ່ວປະເທດເພື່ອຮັບຮູ້, ເຂົ້າໃຈແລະປະຕິບັດຢ່າງເປັນເອກະພາບ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າສາມາດເຮັດໃຫ້ອັດຕາເງິນເຟີ້ ຖ້າທຽບໃສ່ຕົ້ນປີແມ່ນຫລຸດລົງມາຕາມລຳດັບ, ໃນໄລຍະນີ້ ທຸກພາກສ່ວນກ່ຽວຂ້ອງ ຕ້ອງໄດ້ສືບຕໍ່ສຸມທຸກສະຕິປັນຍາ, ນຳໃຊ້ກໍາລັງແຮງ ຂອງທຸກພາກສ່ວນໃນສັງຄົມ ແລະ ຍົກສູງຄວາມຕັດສິນໃຈທາງການເມືອງທີ່ເປັນເອກະພາບກັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໃຫ້ຜ່ອນຄາຍລົງ ແລະ ເພື່ອເປົ້າໝາຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

ກອງປະຊຸມລັດຖະບານຄັ້ງນີ້, ຈະດໍາເນີນໃນລະຫວ່າງວັນທີ 28-29 ກັນຍາ 2023 ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 9ຫົວຂໍ້ ດັ່ງນີ້: ລາຍງານກ່ຽວກັບບົດສະຫລຸບວຽກງານພົ້ນເດັ່ນ ປະຈຳເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2023 ຂອງລັດຖະບານ, ໃນນັ້ນ ລວມມີການລາຍງານຄວາມຄືບໜ້າ ການຈັດຕັ້ງປະຕິບັດວຽກງານສໍາຄັນ ຄື: ລາຍງານຄວາມຄືບໜ້າ ການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການປະຕິຮູບລັດວິສາຫະກິດສະບັບເລກທີ10/ລບ, ລົງວັນທີ 15 ຕຸລາ 2021, ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານເປັນທັນສະໄໝ ໃນໄລຍະ 5 ປີ (2021-2025) ສະບັບເລກທີ 09/ລບ, ລົງວັນທີ 08 ຕຸລາ 2021 ແລະລາຍງານ ຜົນກອງປະຊຸມ ການກະກຽມປີທ່ອງທ່ຽວລາວ ປີ 2024; ລາຍງານກ່ຽວກັບການເຊົ່າ ແລະ ສຳປະທານຊັບສິນຂອງລັດ ຕາມແຈ້ງການ ສະບັບເລກທີ 1427/ຫສນຍ, ລົງວັນທີ 01 ສິງຫາ 2023; ຮ່າງແຜນແມ່ບົດລະບົບພະຍາກອນ ແລະ ແຈ້ງເຕືອນໄພນໍ້າຖ້ວມລ່ວງໜ້າແຫ່ງຊາດ; ຮ່າງບົດລາຍແຫ່ງຊາດ ປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ; ຮ່າງດຳລັດ ວ່າດ້ວຍພາລະກອນ; ຮ່າງດຳລັດ ວ່າດ້ວຍການຫັນຫົວໜ່ວຍບໍລິຫານວິຊາການ ເປັນເຈົ້າຕົນເອງ; ຮ່າງຍຸດທະສາດແຫ່ງຊາດ ວຽກການບໍລິການຜ່ານກົນໄກປະຕູດຽວ ຮອດປີ 2030; ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການບິນພົນລະເຮືອນ ແລະ ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງສິນຄ້າສອງດ້ານ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ຂ່າວ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments