Friday, October 18, 2024
Homeຂ່າວໜ້າໜຶ່ງການບໍລິການສຸຂະພາບຂອງແມ່ ແລະ ເດັກ ຢູ່ໂຮງໝໍແຂວງຫຼວງພະບາງ

ການບໍລິການສຸຂະພາບຂອງແມ່ ແລະ ເດັກ ຢູ່ໂຮງໝໍແຂວງຫຼວງພະບາງ

ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫລວງພະບາງ ໄດ້ຖືສໍາຄັນ ແລະ ໃຫ້ຄວາມດູແລຢ່າງໃກ້ຊິດ ເຊິ່ງແມ່ນການສົ່ງເສີມໂພຊະນາການທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ເເມ່ຍິງທຸກຄົນໃນທົ່ວແຂວງ ກໍຄື ສປປ ລາວ.

ໂດຍໄດ້ຮັບການສະໜັບຈາກອົງການຢູນີເຊບ ສື່ມວນຊົນ ໄດ້ຕິດຕາມສະພາບການປິ່ນປົວສຸຂະພາບຂອງປະຊາຊົນຢູ່ໂຮງໝໍແຂວງຫລວງພະບາງ, ໂດຍສະເພາະວຽກງານສົ່ງເສີມການໂພຊະນາການຂອງແມ່ ແລະ ເດັກ, ໂດຍໃນໂອກາດນີ້, ທ່ານ ດຣ ທອງພຸດ ສຸກກະເສີມ ຜູ້ອໍານວຍການໂຮງໝໍແຂວງຫລວງພະບາງ ໄດ້ໃຫ້ສໍາພາດກ່ຽວກັບວຽກງານການໃຫ້ບໍລິການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກ ຢູ່ພາຍໃນໂຮງໝໍແຂວງ ວ່າ: ການຂາດໂພຊະນາການ ຫລື ການຂາດສານອາຫານ ໄດ້ເປັນໄພຂົ່ມຂູ່ສຸຂະພາບຂອງແມ່ ແລະ ເດັກ ໃນທົ່ວໂລກ ກໍຄື ສປປ ລາວ ເຮົາ ແລະ ເປັນສິ່ງທີ່ທ້າທາຍຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG. ສໍາລັບຢູ່ໂຮງໝໍແຂວງຫລວງພະບາງ ກໍໄດ້ມີການຮ່ວມມືຢ່າງໃກ້ຊິດກັບຂະແໜງແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງ, ໂຮງໝໍເພື່ອລາວສໍາລັບເດັກ, ໂຮງຮຽນປະຖົມ, ມັດທະຍົມ ແລະ ພາກສ່ວນອື່ນໆ ໃນການປະຕິບັດບັນດາກິດຈະກໍາ ທີ່ກໍານົດໄວ້ໃນແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການແຕ່ປີ 2021-2025. ຂ້າພະເຈົ້າ ຂໍຕາງໜ້າພະນັກງານແພດໝໍທົ່ວແຂວງຫລວງພະບາງ ສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊບ,ສະຫະພາບເອີຣົບ, ອົງການອາຫານ ແລະ ການກະເສດ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ແກ່ ສປປລ ລາວ ເພື່ອຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດວາງໄວ້.

ຈາກນັ້ນ, ທ່ານໝໍ ນາງ ວັນເພັງ ພູນສະຫວັດ ຫົວໜ້າໜ່ວຍງານປະສູດພະຍາດຍິງໂຮງໝໍແຂວງຫລວງພະບາງ, ໄດ້ໃຫ້ຮູ້ວ່າ: ຈຸງານແມ່ ແລະ ເດັກ ແມ່ນໜ່ວຍງານໜຶ່ງ ທີ່ມີໜ້າທີ່ໃຫ້ບໍລິການຝາກທ້ອງ, ເກີດລູກ, ຕິດຕາມກວດກາ ແລະ ປິ່ນປົວ ແມ່ຍິງຖືພາ, ເບິ່ງແຍງແມ່ທີ່ມີພາວະສ່ຽງໄພ ແລະ ໃຫ້ຄຳແນະນຳການ, ຄຳປຶກສາການດູແລຕົນເອງເວລາຖືພາ ແລະ ສິ່ງສຳຄັນໜຶ່ງທີ່ຂາດບໍ່ໄດ້ຄືການແນະນຳຄວາມພ້ອມໃຫ້ແມ່ທີ່ຈະເບິ່ງແຍງຕົນເອງແລະລູກຂອງຕົນ ເພື່ອໃຫ້ລູກໄດ້ດູດນົມແມ່ແຕ່ແລກເກີດຈົນຮອດ 6 ເດືອນ, ໂດຍແມ່ຍິງທຸກຄົນຕ້ອງຮູ້ຄຸນປະໂຫຍດຂອງການລ້ຽງລູກດ້ວຍນົມແມ່ ແລະ ຄວາມອັນຕະລາຍຂອງການໃຫ້ລູກກິນນົມຜົງ.

ແນວໃດກໍຕາມ, ອົງການຢູນີເຊບ ປະຈໍາລາວ ໃຫ້ຮູ້ວ່າ:ບັນຫາທ້າທາຍດ້ານເສດຖະກິດທີ່ເກີດຂຶ້ນພາຍຫລັງການແພ່ລະບາດຂອງພະຍາດ ໂຄວິດ-19 ນັ້ນ ໄດ້ສົ່ຜົນກະທົບທາງລົບຕໍ່ການໃຊ້ຈ່າຍໃນຄົວເຮືອນ, ໂດຍສະເພາະແມ່ນ ການໃຊ້ຈ່າຍດ້ານອາຫານການກິນ. ອີງຕາມການປະເມີນທີ່ຜ່ານມາໂດຍ ອົງການຢູນິເຊັບ ແລະ ກະຊວງສາທາລະນະສຸກ, ອັດຕາການປະຕິບັດທີ່ດີກ່ຽວກັບການລ້ຽງດູເດັກອ່ອນ ໄດ້ຫລຸດລົງຢ່າງຫລວງຫລາຍພາຍໃນໜຶ່ງປີ. ອັດຕາການບໍລິໂພກອາຫານຂັ້ນຕໍ່າສຸດ ທີ່ຍອມຮັບໄດ້ສໍາລັບເດັກນ້ອຍອາຍຸຕໍ່າກວ່າ 2 ປີ ໄດ້ຫລຸດລົງຈາກ 21% ໃນປີ 2022 ເປັນ 15% ໃນປີ 2023 ເຊິ່ງຍັງສອດຄ່ອງກັບການເພີ່ມຂຶ້ນຂອງອັດຕາການຂາດສານອາຫານເເບບເຕັ້ຍ ໃນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ຈາກ 33% ເປັນ 37%. ດັ່ງນັ້ນ, ອົງການຢູນີເຊັບ ເເລະ ສະຫະພາບເອີຣົບ ໄດ້ເຮັດວຽກຮ່ວມກັນເປັນເວລາຫລາຍປີ ເພື່ອໃຫ້ການສະໜັບສະໜູນເເກ່ລັດຖະບານລາວ ໃນການປັບປຸງໂພຊະນາການຂອງເດັກນ້ອຍ ເເລະ ເເມ່ຍິງລາວ. ໜຶ່ງໂຄງການຮ່ວມມືລະຫວ່າງ ອົງການຢູນີເຊັບ, ລັດຖະບານເເຫ່ງ ສປປ ລາວ ເເລະ ສະຫະພາບເອີຣົບ ທີ່ເປັນເອກະລັກນັ້ນເເມ່ນການເປີດຂະບວນການໂຄສະນາເຜີຍແຜ່ການສົ່ງເສີມໂພຊະນາການຂອງແມ່, ເດັກອ່ອນ ແລະ ເດັກນ້ອຍ (MIYCN) ເພື່ອສ້າງຄວາມເຂົ້າໃຈກ່ຽວກັບພຶດຕິກໍາ ທີ່ກ່ຽວຂ້ອງກັບໂພຊະນາການທີ່ດີໃຫ້ຫລາຍຂຶ້ນ ແລະ ປັບປຸງໂພຊະນາການໂດຍລວມຂອງເດັກໃນ 1000 ວັນທໍາອິດຂອງຊີວິດພວກເຂົາ. ຂະບວນການນີ້ໄດ້ສຸມໃສ່ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບພຶດຕິກໍາການໃຫ້ອາຫານຕໍ່ເດັກ ຜ່ານສື່ຫລາກຫລາຍຮູບແບບເຊັ່ນ: ວິທະຍຸ, ໂທລະພາບ ແລະ ຮູບພາບ, ຄຽງຄູ່ກັບສື່ດີຈິຕອນ ແລະ ສື່ສັງຄົມອອນລາຍ ເພື່ອເຂົ້າເຖິງກຸ່ມເປົ້າໝາຍຕ່າງໆຢ່າງມີໝາກຜົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments