Sunday, September 22, 2024
Homeຂ່າວໜ້າໜຶ່ງລົດໄຟລາວ-ຈີນ ເສັ້ນທາງແຫ່ງການພັດທະນາ ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນ ທາງມິດຕະພາບຂອງປະຊາຊົນລາວ-ຈີນ

ລົດໄຟລາວ-ຈີນ ເສັ້ນທາງແຫ່ງການພັດທະນາ ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນ ທາງມິດຕະພາບຂອງປະຊາຊົນລາວ-ຈີນ

ໃນໂອກາດທີ່ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ຄົບຮອບ 10 ປີ, ໃນວັນທີ 19 ກັນຍາ 2023, ທີ່ສະຖານີລົດໄຟລາວ-ຈີນ, ນະຄອນຫລວງວຽງຈັນ ທ່ານ ຫວາງຊາງ ອຸປະທູດສະຖານທູດຈີນ ປະຈໍາ ສປປ ລາວ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຈີນ-ລາວ ກ່ຽວກັບເສັ້ນທາງລົດໄຟລາວ-ຈີນ ວ່າ: ສອງປະເທດຈີນ-ລາວໄດ້ຮ່ວມແຮງຮ່ວມໃຈເພື່ອສ້າງທາງລົດໄຟຈີນ-ລາວໃຫ້ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມສຸກ ແລະ ເສັ້ນທາງມິດຕະພາບຂອງປະຊາຊົນຈີນ-ລາວ, ບໍ່ພຽງແຕ່ໄດ້ສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງເປັນຕົວແບບໃນການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ແລະ ຊຸກຍູ້ການສ້າງປະຊາຄົມຊາຕາກຳມວນມະນຸດ. ນັບແຕ່ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ມາຮອປັດຈຸບັນ ໄດ້ບັນລຸຜົນດີໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ. ອີງຕາມຂໍ້ມູນຈາກບໍລິເສັ້ນທາງລົດໄຟລາວ-ຈີນ, ນັບແຕ່ມື້ເປີດດຳເນີນການທາງລົດໄຟລາວ-ຈີນ ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 3.197.600ຄົນ, ສະເລ່ຍ 4.889ຄົນ/ມື້ ແລະ ສະຖິຕິສູງສຸດ 10.197ຄົນ/ມື້.

ສະເພາະພາຍໃນປີ 2023 ມາຮອດວັນທີ17ກັນຍານີ້ ໄດ້ບັນລຸຂົນສົ່ງໂດຍສານແລ້ວ 1.759.900 ເທື່ອຄົນ ເພີ່ມຂຶ້ນ 103,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຂົນສົ່ງໂດຍສານສະເລ່ຍ 6,768ຄົນ/ມື້. ນອກຈາກນີ້, ນັບແຕ່ໄດ້ເປີດດຳ ເນີນການຂະບວນລົດໄຟຂ້າມແດນໃນວັນທີ13 ເມສາ 2023 ເປັນຕົ້ນມາໄດ້ຂົນສົ່ງຜູ້ໂດຍສານຂ້າມແດນບັນລຸ 61.698ຄົນ.ໃນນັ້ນຈຳນວນຜູ້ໂດຍສານເດີນທາງອອກນອກປະເທດ 31.781 ຄົນ, ສະເລ່ຍ201ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາລາວ 29.917 ຄົນ, ສະເລ່ຍ190ຄົນ/ມື້.

ສ່ວນການຂົນສົ່ງສິນຄ້ານັບແຕ່ມື້ເປີດດຳເນີນການມາຮອດວັນທີ17 ກັນຍາ 2023 , ສາມາດສົ່ງອອກສິນ ຄ້າໄດ້ 5.381.900 ໂຕນ, ສະເລ່ຍ 8.229ໂຕນ/ມື້ ແລະຂົນສົ່ງສິນຄ້າໄດ້ສູງສຸດ 15.250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫຼັກ, ແຮ່ເຫລັກເຂັ້ມຂຸ້ນແລະປຸ໋ຍເຄມີ, ສິນຄ້າທີ່ສົ່ງຈາກຈີນມາລາວມີ 770.900ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນມີ 4.560.800 ໂຕນ.

ພາຍໃນປີ 2023 ມາຮອດວັນທີ 17 ກັນຍາ ສິນຄ້າສົ່ງອອກບັນລຸ 3.101.400 ໂຕນ, ເພີ່ມຂຶ້ນ138% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ໂດຍສະເລ່ຍ 11.928ໂຕນ/ມື້,ຂົນສົ່ງສູງສຸດ 15.250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫຼັກ, ຫີນຫຍົກແລະປຸ໋ຍເຄມີ, ໃນນີ້ ສິນຄ້າທີ່ສົ່ງຈາກຈີນມາລາວ 344.700ໂຕນ ແລະສິນຄ້າທີ່ສົ່ງຈາກລາວໄປຈີນ 2.752.200ລ້ານໂຕນ.

BT,ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments