Sunday, September 22, 2024
Homeຂ່າວຕ່າງປະເທດສປ ຈີນ ຮຽກຮ້ອງໃຫ້ສ້າງຕັ້ງລະບຽບເສດຖະກິດໂລກໃໝ່

ສປ ຈີນ ຮຽກຮ້ອງໃຫ້ສ້າງຕັ້ງລະບຽບເສດຖະກິດໂລກໃໝ່

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ກອງປະຊຸມສຸດຍອດ “G77 ກັບ ຈີນ” ໄດ້ຈັດຂຶ້ນຢູ່ນະຄອນຫລວງລາຮາວານ ຂອງກູບາ ໂດຍມີຄະນະຜູ້ແທນທີ່ມາຈາກ 100 ກວ່າປະເທດເຂົ້າຮ່ວມ. ກຸ່ມ 77 ປະເທດ ຫລື G77 ໃນເບື້ອງຕົ້ນແມ່ນປະກອບດ້ວຍ 77 ປະເທດ, ປັດຈຸບັນໄດ້ພັດທະນາມາເປັນ 134 ປະເທດພວມພັດທະນາ. ເຖິງແມ່ນວ່າ ສປ ຈີນ ບໍ່ແມ່ນປະເທດ ສະມາຊິກຂອງ G77, ແຕ່ນັບຕັ້ງ ແຕ່ປີ 1991 ເປັນຕົ້ນມາ, ການພົວພັນ ລະຫວ່າງ ສປ ຈີນ ກັບ G77 ໄດ້ຮັບ ການພັດທະນາ ຂ້ອນຂ້າງໃຫຍ່ໂຕ ບົນພື້ນຖານ ທີ່ມີມາກ່ອນ. ສປ ຈີນ ແລະ ບັນດາ ປະເທດ ພວມພັດທະນາ ໄດ້ດຳເນີນການ ປະສານງານ ແລະ ການຮ່ວມມື ໂດຍຜ່ານ ກົນໄກ “G77 ກັບ ຈີນ” ເພື່ອພະຍາຍາມ ຮ່ວມກັນ ໃນການສ້າງຕັ້ງ ລະບຽບ ຂອງເສດຖະກິດ ໂລກໃໝ່.ໃນໂອກາດນີ້ ທ່ານ ຫລີ ຊີ່,ກຳມະການ ປະຈຳ ກົມການເມືອງ ສູນກາງ ພັກ ປະທານ ຄະນະກຳມະການ ກວດກາ ສູນກາງພັກ ກອມມູນິດຈີນ ໃນຖານະ ເປັນຜູ້ຕາງໜ້າ ພິເສດ ຂອງທ່ານ ປະທານ ສີຈິ້ນຜິງ ໄດ້ກ່າວວ່າ: ບໍ່ວ່າ ສປ ຈີນ ພັດທະນາ ຮອດລະດັບໃໝ່ ກໍຈະເປັນ ສະມາຊິກ ຂອງຄອບຄົວ ປະເທດ ພວມພັດທະນາ ຕະຫລອດໄປ. ສປ ຈີນ ຍິນດີຮ່ວມກັບ ບັນດາປະເທດ ສະມາຊິກ ຂອງ G77 ເພື່ອຮັກສາ ຜົນປະ ໂຫຍດຮ່ວມ ຂອງປະເທດ ກຳລັງພັດທະນາ, ຍົກສູງສິດ ປະກອບ ຄຳຄິດເຫັນ ທີ່ຄວນມີ ໃນລະບົບ ການບໍລິຫານ ທົ່ວໂລກ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments