Friday, October 18, 2024
Homeຂ່າວກິລາ“ນາເກວມັນ” ຕອບຮັບຄຸມທີມຊາດເຢຍລະມັນຈົນເຖິງ Euro 2024

“ນາເກວມັນ” ຕອບຮັບຄຸມທີມຊາດເຢຍລະມັນຈົນເຖິງ Euro 2024

ສື່ມວນຊົນແດນເຢຍລະມັນ ລາຍງານວ່າ ຢູລຽນ ນາເກວມັນ ຕອບຮັບໃນການເຂົ້າຄຸມທີມຊາດເຢຍລະມັນ ຈົນເຖິງເຕະບານເອີໂຣ 2024 (Euro 2024) ທີ່ພວກເຂົາເປັນເຈົ້າພາບ.

ຜູ້ຈັດການ ອາຍຸ 36 ປີ ຈະໄດ້ຮັບຄ່າຈ້າງ 400.000 ເອີໂຣຕໍ່ເດືອນ ແຕ່ທາງສະມາຄົມບານເຕະເຢຍລະມັນບໍ່ຈໍາເປັນຕ້ອງຈ່າຍຄ່າຊົດເຊີຍໃຫ້ກັບ ບາເຢິນ ມິວນິກ.

ນາເກວມັນ ຖືກປົດອອກຈາກຕໍາແໜ່ງຜູ້ຈັດການທີມຂອງ ບາເຢິນ ມິວນິກ ເມື່ອເດືອນມີນາ 2023 ແລະ ເຂົາກໍຍັງມີສັນຍາກັບທີມຈົນເຖິງປີ 2026 ເຖິງແມ່ນບໍ່ໄດ້ຢູ່ໃນຕຳແໜ່ງແລ້ວ ຢ່າງໃດກໍຕາມ ຈະມີການຍົກເລີກສັນຍາກັບສະໂມສອນເກີດຂຶ້ນ ເພື່ອເປີດທາງໃຫ້ເຂົາໄປເປັນຜູ້ຈັດການທີມຊາດ.

ເຢຍລະມັນ ປົດ ຮານຊີ່ ຟລິກ ອອກຈາກຕໍາແໜ່ງໄປເມື່ອວັນທີ 10 ກັນຍາ ຫຼັງຈາກພ່າຍແພ້ແກ່ຍີ່ປຸ່ນ ເຮັດໃຫ້ທີມເກັບໄຊຊະນະໄດ້ພຽງແຕ່ 4 ນັດຈາກທີ່ເຂົາຄຸມທີມມາ 17 ເກມ.

ເອີໂຣທີ່ເຢຍລະມັນເປັນເຈົ້າພາບ ກໍຫຍັບໃກ້ເຂົ້າມາຂຶ້ນເລື້ອຍໆ ແລະ ເຢຍລະມັນ ເກັບໄຊຊະນະໄດ້ພຽງແຕ່ 2 ນັດ ນັບຕັ້ງແຕ່ຕົກຮອບເຕະບານໂລກທີ່ປະເທດກາຕາ ແຖມໄລຍະທີ່ຜ່ານມາ ຍັງຫຼິນແຕ່ເກມມິດຕະພາບເທົ່ານັ້ນ ເພາະເປັນເຈົ້າພາບ ເລີຍບໍ່ຕ້ອງລົງແຂ່ງຂັນຮອບຄັດເລືອກ.

ເລຣອຍ ຊາເນ່ ເຄີຍໃຫ້ສໍາພາດກັບ DW ຫຼັງຈາກຈົບເກມອຸ່ນເຄື່ອງຊະນະຝຣັ່ງ ເອົາໄວ້ວ່າ” ນາເກວມັນ ເປັນຄູຝຶກທີ່ດີຢ່າງແນ່ນອນ ແລະ ເປັນຄົນທີ່ດີເຊັ່ນກັນ ”

“ ແນ່ນອນວ່າຈະເປັນເລື່ອງທີ່ດີ ທີ່ຈະໄດ້ພົບເຂົາອີກຄັ້ງ ແລະ ເຮັດວຽກຮ່ວມກັບເຂົາ ຂ້ອຍຄິດວ່າຄູຝຶກຄົນຖັດໄປ ບໍ່ມີອັນໃດໃຫ້ສູນເສຍຫຼາຍ ເຮົາບໍ່ໄດ້ຢູ່ໃນຟອມທີ່ດີທີ່ສຸດ “

ຫາກທຸກສິ່ງທຸກຢ່າງຮຽບຮ້ອຍທັນເວລາ ນາເກວມັນ ອາດຈະໄດ້ຄຸມ ເຢຍລະມັນ ພົບກັບ ອາເມຣິກາ ເປັນເກມທໍາອິດ ໃນວັນທີ 14 ຕຸລາ ຕໍ່ດ້ວຍການພົບກັບເມັກຊິກໃນອີກ 4 ມື້ຕໍ່ມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments