Friday, October 18, 2024
Homeຂ່າວກິລາສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານເເຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານເເຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ

ປັດຈຸບັນ ລາວມີຄວາມພ້ອມຮ້ອຍສ່ວນຮ້ອຍ ໃນການຈັດງານເເຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ ຫລື wtt youth contender ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນໃນລະຫວ່າງວັນທີ 20 – 23 ກັນຍາ 2023ນີ້ ຢູ່ສູນການຄ້າ ລາວໄອເຕັກ ນະຄອນຫລວງວຽງຈັນ.

ທ່ານ ນາງສົມໃຈ ວົງສາ ເລຂາທິການສະຫະພັນກິລາປີ່ງປ່ອງເເຫ່ງຊາດລາວໃຫ້ຮູ້ວ່າ: ການກະກຽມຄວາມພ້ອມເປັນເຈົ້າພາບຈັດການເເຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ ຫລື wtt youth contender ທີ່ລາວໄດ້ຮັບກຽດເປັນເຈົ້າພາບເເມ່ນສໍາເລັດຮ້ອຍສ່ວນຮ້ອຍເເລ້ວ ໂດຍສະເພາະ ດ້ານອຸປະກອນ-ເຕັກນິກຮັບໃຊ້,ຄະນະກໍາມະການຕັດສິນຊີ້ຂາດທີ່ມາຈາກປະເທດ ເອຢີບ,ສິງກະໂປ,ມາເລເຊຍ ເເລະ ປະເທດອື່ນໆຈໍານວນ25ຄົນ,ເເພດປະຈໍາພາກສະຫນາມ,ສະຖານທີ່ຈັດງານເເຂ່ງຂັນ,ນອກຈາກນີ້ໄດ້ກະກຽມຂະບວນຮັບສົ່ງນັກກິລາຈາກສະຫນາມບີນສາກົນວັດໄຕ ຫາບ່ອນພັກ ເເລະ ຈາກບ່ອນພັກໄປຫາສະຖານທີ່ເເຂ່ງຂັນ ລວມເຖີງວຽກງານປີ່ນອ້ອມສໍາຄັນຈໍານວນຫນື່ງ ເຊີ່ງການກະກຽມເເຕ່ລະຫນ້າວຽກເເມ່ນໃຊ້ເວລາປະມານເກືອບ1ປີ ໂດຍໄດ້ຮັບການສະຫນັບສະຫນູນຈາກຫາຍພາກສ່ວນ ເປັນຕົ້ນ: ບໍລິສັດຢິນເຫີ ຈາກປະເທດຈີນ ໃນການສະຫນອງອຸປະກອນຮັບໃຊ້ການເເຂ່ງຂັນເເບບຄົບຊຸດ.

ທ່ານ ນາງສົມໃຈ ວົງສາ ໃຫ້ຮູ້ຕື່ມວ່າ:ການຈັດງານເເຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ ຫລື wtt youth contender ທີ່ລາວໄດ້ຮັບກຽດເປັນເຈົ້າພາບຈັດຂື້ນໃນລະຫວ່າງວັນທີ 20 – 23 ກັນຍານີ້ ເປັນລາຍການເເຂ່ງຂັນຂອງສະມາຄົມປີ່ງປ່ອງໂລກຈັດຂື້ນຮ່ວມກັບສະຫະພັນປີ່ງປ່ອງເເຫ່ງຊາດລາວ ມີ11ປະເທດເຂົ້າຮ່ວມເເຂ່ງຂັນ ຄື:ຮົງກົງຂອງຈີນ,ໃຕ້ຫວັນຂອງຈີນ,ຢີ່ປຸ່ນ,ສາທາລະນະລັດເກົາຫລີ ຫລື ເກົາຫລີໃຕ້,ສິງກະໂປ,ອີນໂດເນຍເຊຍ,ມາເລເຊຍ,ຟີລີບປີນ,ໄທ,ອີນເດຍ ລວມ ເຖີງລາວເຈົ້າພາບ ເເຂ່ງຂັນໃນ5ລຸ້ນຄື:11ປີ,13ປີ,15ປີ,17ປີ ເເລະ 19ປີ ສໍາລັບລາວເຮົາເເມ່ນສົ່ງເຂົ້າຮ່ວມຄົບທຸກລຸ້ນ ສ່ວນລຸ້ນທີ່ເປັນຄວາມຫວັງຈະສາມາດຍາດໄດ້ຫລຽນໃດຫລຽນຫນື່ງໃນການເເຂ່ງຂັນ ເເມ່ນລຸ້ນ11ປີ ເເລະ 13ປີ ເຊີ່ງການເເຂ່ງຂັນໃນລາຍການນີ້ເປັນການເປີດໂອກາດໃຫ້ນັກກິລາປີ່ງປ່ອງເຍົາວະຊົນລາວໄດ້ເຂົ້າຮ່ວມເເຂ່ງຂັນໃນລະດັບໂລກ ເຊີ່ງສາມາດຕິດຕາມຮັບຊົມການເເຂ່ງຂັນໄດ້ຜ່ານການຖ່າຍທອດສົດຜ່ານຊ່ອງທາງYoutube ຂອງສະຫະພັນປີ່ງປ່ອງໂລກ WTT.

ຂ່າວ:ເດດອາລຸນ ເເກ້ວວິໄລ.

ພາບ: ຄໍາກອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments