Sunday, October 20, 2024
Homeຂ່າວຕ່າງປະເທດງານເທດສະການມະຫະກໍາມາເລເຊຍ ປະຈໍາປີ 2023

ງານເທດສະການມະຫະກໍາມາເລເຊຍ ປະຈໍາປີ 2023

———

ອົງການທ່ອງທ່ຽວມາເລເຊຍ ຮ່ວມກັບ​ ສະຖານເອກອັກຄະລັດຖະທູດມາເລເຊຍ ປະຈຳລາວໄດ້ຈັດງານເທດສະການມະຫະກຳມາເລເຊຍ ປະຈຳປີ 2023 ຂຶ້ນໃນລະຫວ່າງວັນທີ 16-17 ກັນຍານີ້ ທີ່ສູນການຄ້າພາກຊັນ(PARKSON)ນະຄອນຫຼວງວຽງຈັນໂດຍການເປັນກຽດກ່າວເປີດງານຂອງ ທ່ານ ແອດີ ເອຍວານ ມາຮມຸດເອກອັກຄະລັດຖະທູດມາເລເຊຍປະຈຳລາວ, ມີທ່ານ ນາງ ພອນມະລີ ອິນທະພົມຫົວໜ້າກົມພັດທະນາການທ່ອງທ່ຽວກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາອົງການຈັດຕັ້ງສາກົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ແອດີ ເອຍວານ ມາຮມຸດ ກ່າວວ່າ: ການຈັດງານເທດສະການໃນນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 2 ທີນະຄອນຫຼວງວຽງຈັນ ພາຍຫຼັງການແຜ່ລະບາດພະຍາດໂຄວິດ-19 ແລະ ຍັງເປັນໂອກາດສະເຫຼີມສະຫຼອງວັນຊາດມາເລເຊຍ ຄົບຮອບ 66 ປີ, ວັນມາເລເຊຍ ຄົບຮອບ 60 ປີ ດ້ວຍຫົວຂໍ້:Malaysia MADANI: TekadPerpaduanPenuhi Harapan ຫຼື ມາເລເຊຍມາດານີ: ຄວາມສາມັກຄີເປັນໜຶ່ງດຽວ, ຄວາມຫວັງທີ່ເປັນຈິງ. ພ້ອມນັ້ນ, ງານຄັ້ງນີ້ຈັດຂຶ້ນເພື່ອສະແດງໃຫ້ເຫັນຄວາມພະຍາຍາມຢ່າງຕໍ່ເນື່ອງໃນການສົ່ງເສີມການທ່ອງທ່ຽວຂອງມາເລເຊຍໃນລາວ, ຍັງເປັນການສົ່ງເສີມການທ່ອງທ່ຽວມາເລເຊຍໃຫ້ແກ່ຄົນທ້ອງຖິ່ນກໍຄືຄົນຕ່າງປະເທດທີ່ອາໄສຢູ່ໃນລາວ ເພື່ອໃຫ້ເຂົາເຈົ້າຄິດເຖິງມາເລເຊຍ ແລະຮູ້ຈັກມາເລເຊຍຫຼາຍຂຶ້ນ. ພ້ອມນີ້, ເພື່ອສະແດງໃຫ້ເຫັນສິ່ງທີ່ດີທີ່ສຸດຂອງມາເລເຊຍ, ຄວາມອົບອຸ່ນ ແລະ ການຕ້ອນຮັບຂອງພວກເຮົາ. ໃນນີ້, ມາເລເຊຍຍັງມີຫຼາຍຢ່າງນຳມາສະເໜີ.

ຍາມໃດລັດຖະບານມາເລເຊຍກໍໄດ້ນໍາເອົາແນວຄວາມຄິດຂອງມາເລເຊຍ Madani ຫຼື ສັງຄົມພົນລະເຮືອນທີ່ເນັ້ນໜັກເຖິງມະນຸດສະທຳແລະຄຸນຄ່າທີ່ດີເຊັ່ນ: ການປົກຄອງທີ່ຍຸຕິທຳ, ຍຸຕິທຳແລະປະສິດທິພາບ.ຊາວມາເລເຊຍຕ້ອງຈື່ຈໍາໄວ້ສະເໜີວ່າ: ຄວາມສາມັກຄີແມ່ນກໍາລັງພື້ນຖານໃນຖານະປະຊາຊົນ ແລະ ປະຊາຊາດ.

ເຂົ້າຮ່ວມງານໃນຄັ້ງນີ້:ມີທັງໝົດ 12 ຮ້ານໂດຍມີ ອົງການທ່ອງທ່ຽວມາເລເຊຍ, ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ແລະ 10 ຕົວແທນບໍລິສັດທ່ອງທ່ຽວໄດ້ແກ່: ບໍລິສັດວຽງຈັນທ່ອງທ່ຽວ, ບໍລິສັດທ່ອງທ່ຽວນິຍົມລາວ, ບໍລິສັດເນັກທ່ອງທ່ຽວ, ບໍລິສັດທ່ອງທ່ຽວເວີວາຍ, ບໍລິສັດທ່ອງທ່ຽວອານາລິນ, ບໍລິສັດທ່ອງທ່ຽວເວີເນໂຕ້, ບໍລິສັດທ່ອງທ່ຽວດີລັກ, ບໍລິສັດທ່ອງທ່ຽວແຟ້ມມີລີ, ບໍລິສັດທ່ອງທ່ຽວເອັມດີ ແລະ ບໍລິສັດທ່ອງທ່ຽວແດັສທີເນຊັນລາວ.

ສຳລັບກິດຈະກຳພາຍໃນງານມີການສະແດງເທິງເວທີ, ການສະແດງຟ້ອນສິລະປະວັດທະນະທຳມາເລເຊຍ, ການຫຼິ້ນເກມ, ການຕອບຄໍາຖາມ ແລະ ແຕ່ລະບໍລິສັດທ່ອງທ່ຽວຈະໄດ້ຮັບການເຊື້ອເຊີນຂຶ້ນເວທີເພື່ອໃຫ້ຂໍ້ມູນກ່ຽວກັບບໍລິສັດຂອງຕົນແລະ ບັນດາລາຍການທ່ຽວມາເລເຊຍ.ນອກຈາກນັ້ນ, ຍັງມີຄູປ່ອງການຈັບສະຫຼາກໃຫ້ກັບຜູ້ທີ່ໄດ້ຈອງ ແລະ ມັດຈໍາລາຍການຫົວມາເລເຊຍເພື່ອລຸ້ນຮັບໂທລະສັບ IPhone14 Promax ແລະ ລາງວັນອື່ນໆອີກຫຼາຍຢ່າງໃນມື້ສຸດທ້າຍຂອງງານ.

ທ່ານ ແອດີ ເອຍວານ ມາຮມຸດ ກ່າວຕື່ມວ່າ: ເລີ່ມແຕ່ມື້ເປີດດ່ານຊາຍແດນມາເລເຊຍຄືນໃໝ່ໃນວັນທີ 1 ເມສາ 2022 ແລະເຫັນວ່າເລີ່ມແຕ່ ເດືອນມັງກອນຫາເດືອນທັນວາ 2022 ມີນັກທ່ອງທ່ຽວລາວໄປມາເລເຊຍໄດ້ບັນລຸເຖິງ 7.010 ຄົນ ແລະ 6 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວລາວໄປມາເລເຊຍ8.340 ຄົນ ເຫັນວ່າເພີ່ມຂຶ້ນ 624,6% ທຽບກັບປີ 2022.ໃນປີນີ້ ມາເລເຊຍ ຍັງໄດ້ວາງເປົ້າໝາຍນັກທ່ອງທ່ຽວສາກົນໃຫ້ໄດ້ 16,1 ລ້ານ ເທື່ອຄົນ ແລະຈະສາມາດສ້າງລາຍຮັບຈາກການທ່ອງທ່ຽວໃຫ້ມາເລເຊຍ 49,2 ຕື້ RM ຫຼື ເທົ່າກັບ 11,19 ຕື້ໂດລາ ແລະ ເພື່ອບັນລຸເປົ້າໝາຍດັ່ງກ່າວ, ຫ້ອງການທ່ອງທ່ຽວມາເລເຊຍປະຈຳ ລາວຕ້ອງເຮັດວຽກຢ່າງໃກ້ຊິດກັບຕົວແທນການທ່ອງທ່ຽວໃນລາວ.

ທ່ານເອກອັກຄະລັດຖະທູດມາເລເຊຍປະຈຳລາວ ຍັງກ່າວເນັ້ນວ່າ: ໃນປັດຈຸບັນເຂົ້າໃຈວ່າປະເທດລາວບໍ່ມີຖ້ຽວບິນໂດຍກົງໄປມາເລເຊຍ ແຕ່ເຊື່ອວ່າຍັງສາມາດເດີນທາງໄປມາເລເຊຍໄດ້ ໂດຍການຂີ່ຍົນ Scoot Air ຈາກນະຄອນຫຼວວຽງຈັນໄປສິງກະໂປ ແລ້ວຂ້າມຊາຍແດນໄປມາເລເຊຍຜ່ານຊາຍແດນ Johor Bahru ຫຼືບິນກັບ AirAsia ຫຼື Thai Airways transit ຢູ່ບາງກອກ ແລ້ວໄປ Kuala Lumpur.

(ຂ່າວ-ພາບ: ວັນເພັງ+ ຍຸພິນທອງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments