Saturday, October 19, 2024
Homeຂ່າວໜ້າໜຶ່ງເປີດເວັບໄຊ ມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ

ເປີດເວັບໄຊ ມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີເປີດເວັບໄຊ ມາດຕະຖານການ ທ່ອງທ່ຽວ ໃນ ສປປ ລາວ ໃນວັນທີ 15 ກັນຍາ 2023 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີບັນດາທູດຕະນຸທູດຈາກປະເທດສະມາຊິກອາຊຽນ, ຄະນະກຳມະການມາດຕະຖານການ ທ່ອງທ່ຽວ, ພາກສ່ວນ ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດເຂົ້າຮ່ວມ.

ຈຸດປະສົງຂອງງານດັ່ງກ່າວ ເພື່ອເປີດເວັບໄຊມາດຕະຖານການທ່ອງທ່ຽວອາຊຽນ ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດ ແລະ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຫລາຍລາງວັນພໍສົມຄວນ ໃນໄລຍະຜ່ານ ປະ ກອບມີ 7 ມາດຕະຖານ ແລະ 1 ລາງວັນການທ່ອງທ່ຽວອາຊຽນ ຄື: ມາດຕະຖານ ໂຮງແຮມຂຽວອາຊຽນ,ມາດຕະ ຖານການທ່ອງທ່ຽວປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານເຮືອນ ພັກແຮມປະຊາຊົນອາຊຽນ, ມາດຕະຖານເມືອງທ່ຽວສະອາດອາຊຽນ, ມາດຕະຖານຫ້ອງນໍ້າສາທາລະນະ ສະອາດອາຊຽນ, ມາດຕະຖານການບໍລິການສະປາອາຊຽນ, ມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ.

ນອກຈາກນີ້, ກະຊວງ ຖວທ ຍັງໄດ້ພັດທະນາມາດຕະຖານການທ່ອງທ່ຽວແຫ່ງຊາດລາວ ຂຶ້ນມາຕື່ມອີກ ເພື່ອເປັນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ໄດ້ຄຸນນະພາບ, ມີມາດຕະຖານທີ່ດີ ແລະ ສາມາດເຊື່ອມໂຍງກັບພາກພື້ນອາຊຽນໄດ້ຢ່າງມີປະສິດທິພາບ.

ງານໃນຄັ້ງນີ້ ຖືວ່າເປັນໂອກາດທີ່ດີ ແລະ ມີຄວາມໝາຍຄວາມສຳຄັນ ທີ່ໄດ້ເປີດກວ້າງໃຫ້ພາກສ່ວນຕ່າງໆ ສາມາດເຂົ້າເຖິງຂໍ້ມູນ-ຂ່າວສານ ກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງສະດວກ, ວ່ອງໄວ ແລະ ສາມາດຍົກລະດັບຄຸນນະພາບການທ່ອງທ່ຽວຂອງຕົນໃຫ້ໄດ້ມາດຕະຖານແຫ່ງຊາດ, ມາດຕະຖານອາຊຽນ ແລະ ມາດຕະຖານສາກົນຕາມລຳດັບ.

ຂ່າວ: ວຽງສະຫວັນ

ພາບ:ຂັນໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments