Saturday, October 19, 2024
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 17 ກັນຍາ 2023

ພະຍາກອນອາກາດ ວັນທີ 17 ກັນຍາ 2023

ພະຍາກອນອາກາດ ປະຈໍາວັນທີ 17 ກັນຍາ 2023, ເນືື່ອງຈາກວ່າຝົນ ຍັງຈະສືບຕໍ່ຕົກໃນລະດັບປານກາງຢູ່ເຂດພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້, ຊຶ່ງຍັງຈະເຮັດໃຫ້ລະດັບແມ່ນໍ້າາສາຂາ ຍັງຈະສືບຕໍ່ເພີ່ມຂຶ້ນ ໂດຍສະເພາະລະດັບນໍ້າຢູ່ສະຖານີ ຂົວເຊບັ້ງໄຟ, ມະຫາໄຊ, ຕົ້ນແຫນ, (ເຊຈໍາພອນ) ແກ້ງກອກ ແລະ ລະດັບນໍ້າ (ເຊໂດນ) ສຸວັນນະຄີລີ.

ດັ່ງນັໍ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການ ປົກຄອງທຸກພາກສ່ວນ ທີ່ອາໄສຢູ່ແຂວງພາກກາງ ລົງຫາ ພາກໃຕ້ ໂດຍສະເພາະແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ ທີ່ອາໄສຢຸູ່ລຽບຕາມແຄມນໍ້າເຊບັ້ງໄຟ, ເຊຈໍາພອນ ແລະ ເຊໂດນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ຈະເຮັດ ໃຫ້ເກີດມີນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້ໃນໄລຍະ 1 ຫາ 2 ວັນນີ້. ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນ ທີ່ປອດໄພ ແລະ ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນືື່ອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments