Friday, October 18, 2024
Homeແຈ້ງການສໍາຄັນພະຍາກອນອາກາດ ວັນທີ 14 ກັນຍາ 2023

ພະຍາກອນອາກາດ ວັນທີ 14 ກັນຍາ 2023

ພະຍາກອນອາກາດ ປະຈໍາວັນທີ 14 ກັນຍາ 2023, ຮ່ອງຄວາມກົດດັນ ອາກາດຕໍ່າ ຫລືວ່າຮ່ອງຝົນ ຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ ແລະ ສົມທົບກັບລົມມໍລະສຸມຕາເວັນຕົກ ສ່ຽງໃຕ້ມີກໍາລັງປານກາງ ຫາ ແຮງພັດປົກຄຸມ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້.

ສໍາລັບນະຄອນຫລວງວຽງຈັນ ມີເຝື້ອປົກຄຸມເປັນສ່ວນຫລາຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີ ລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 25-30 ອົງສາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments