Friday, October 18, 2024
Homeຂ່າວກິລາ“ເຢຍລະມັນ” ປົດ “ຮັນຊີ ຟລິກ” ອອກຈາກຕໍາແໜ່ງ ຫຼັງອຸ່ນເຄື່ອງເສຍໃຫ້ “ຍີ່ປຸ່ນ”

“ເຢຍລະມັນ” ປົດ “ຮັນຊີ ຟລິກ” ອອກຈາກຕໍາແໜ່ງ ຫຼັງອຸ່ນເຄື່ອງເສຍໃຫ້ “ຍີ່ປຸ່ນ”

ວັນອາທິດ ທີ 10 ກັນຍາ 2023 ພາຍຫຼັງທີ່ທີມຊາດເຢຍລະມັນ ເຈົ້າພາບເອີໂຣ 2024 ເສຍໃຫ້ທີມຊາດຍີ່ປຸ່ນໄປ 1-4 ໃນການແຂ່ງຂັນບານເຕະອຸ່ນເຄື່ອງຕາມປະຕິທິນ FIFA Day ໃນເດືອນກັນຍາ.

ພາຍຫຼັງຈາກຈົບເກມບໍ່ເຖິງ 24 ຊົ່ວໂມງ ສະມາຄົມບານເຕະເຢຍລະມັນ (DFB) ປະກາດປົດ ຮານຊີ ຟລິກ ຜູ້ຈັດການຄົນປັດຈຸບັນອອກຈາກຕຳແໜ່ງ ໂດຍມີຜົນບັງຄັບໃຊ້ທັນທີ ແລະ ໃຫ້ ຣູດີ ໂຟເລີ ຕໍານານຂອງທີມຊາດເຢຍລະມັນ ນັ່ງເປັນຄູຝຶກຊົ່ວຄາວແທນໄປກ່ອນ.

ນອກຈາກນີ້ ຈະມີການຫາລືກັນໃນເລື່ອງການຊອກຫາຄູຝຶກສອນໃໝ່ ເພື່ອເປົ້າໝາຍຄືການກຽມຄວາມພ້ອມສູ່ການເປັນເຈົ້າພາບຈັດງານແຂ່ງຂັນເອີໂຣ 2024 ໃນ 9 ເດືອນຕໍ່ໜ້າ ເຊິ່ງມີຄາດການວ່າ ຢູລຽນ ນາເກວມັນ ອະດີດຜູ້ຈັດການທີມຂອງ ແອເບ ໄລຊິກ ແລະ ບາເຢິນ ມິວນິກ ມີໂອກາດສູງຫຼາຍທີ່ຈະໄດ້ມາປ່ຽນແທນໃນຕໍາແໜ່ງນີ້ນັ້ນເອງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments