Saturday, September 21, 2024
Homeຂ່າວໜ້າໜຶ່ງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມກອງປະຊຸມປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30

ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຂົ້າຮ່ວມກອງປະຊຸມປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງ ຖວທ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 30, ທີ່ຈັດຂື້ນໃນວັນທີ 29 ສິງຫາ 2023 ທີ່ ຈາກາຕ້າ ປະເທດ ອິນໂດເນເຊຍ ໂດຍໄດ້ສະແດງຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ກໍ່ຄື ສປປ ລາວ ຍິນດີຮັບຜົນຂອງເອກະສານຕ່າງໆ ເພື່ອຈະໄດ້ສືບຕໍ່ຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ທີ່ະຈັດຂື້ນໃນມໍ່ໆນີ້ ເພື່ອໃຫ້ໄດ້ຖືກຮັບຮອງ ແລະ ຮັບໝາຍ ຈາກບັນດາຜູ້ນຳອາຊຽນ. ຂ້າພະເຈົ້າເຊື່ອໝັ້ນວ່າເອກະສານສຳຄັນດັ່ງກ່າວ ທີ່ໄດ້ຮັບການສະໜັບສະໜູນ ແລະ ການປະສານສົມທົບຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂອງ ປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ຈະສາມາດສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ມິດຕະພາບອັນ  ແໜ້ນແຟ້ນຂອງພວກເຮົາ  ເພື່ອພັດທະນາການຈັດຕັ້ງປະຕິບັດຂອງວຽກງານອາຊຽນກໍຄື ການແລກປ່ຽນຄົນ-ຄົນ ແລະ ປັບປຸງຊີຖີວິດການເປັນຢູ່ຂອງປະຊາຊົນອາຊຽນ ແລະ ວຽກງານຕ່າງໆ ໃຫ້ປະຊາຊົນພວກເຮົາ ສາມາດເຂົ້າເຖິງ ແລະ ຮັບຮູ້ໄດ້ ເຖິງນະໂຍບາຍຂອງລັດ ເຊັ່ນ ການເຂົ້າເຖິງການບໍລິການດ້ານການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ການບໍລິຫານຈັດການຕໍ່ໄພພິບັດທາງທຳມະຊາດ, ການຄຸ້ມຄອງແຮງງານຕ່າງດ້າວ​ ແລະ ການໄປມາຫາສູ່ ການແລກປ່ຽນລະຫວ່າງຄົນ-ຄົນ.

ໂດຍ ການກຳນົດທິດທາງຍຸດທະສາດ ຂອງປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ດັ່ງນີ້:

  1. ອາຊຽນ ຄວນພັດທະນາພາລະບົດບາດຂອງອົງກອນໃນພາກພື້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງການຕ່າງໆ ແລະ ການປະສານສົມທົບກັບບັນດາເສົ້າຄໍ້າໃນອາຊຽນ ເພື່ອສ້າງຄວາມສາມັກຄີໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ແລະ ນະໂຍບາຍຕ່າງໆ ເພື່ອຮັບປະກັນໃຫ້ປະຊາຊົນພວກເຮົາໄດ້ຮັບຜົນປະໂຫຍດອັນສູງສຸດ.
  2. ອາຊຽນຄວນເອົາໃຈໃສ່ໃນການສົ່ງເສີມ ເພື່ອພັດທະນາ ການລິເລີ່ມຂອງທຸລະກິດຈຸນລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ ຊື່ງນອນໃນແຜນການພັດທະນາຮູບແບບສີຂຽວ ແລະ ການພັດທະນາແບບຍືນຍົງ ພາຍໃຕ້ຂອບເຂດການກຳນົດຂອງ ປະຊາຄົມເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ. ທັງນີ້, ກໍເພື່ອສ້າງວຽກງານອາຊີບ ແລະ ໂອກາດໃຫ້ກັບປະຊາກອນ, ໂດຍສະເພາະ ໄວໜຸ່ມໃນຍຸກສະໄໝໃໝ່ ຂອງສັງຄົມ;
  3. ອາຊຽນຄວນສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລະກອນຂອງພວກເຮົາ ແລະ ເພີ່ມຂໍ້ການລິເລີ່ມ   ໃໝ່ຂຶ້ນ ໂດຍຜ່ານກິດຈະກຳ ແລະ ໂຄງການຕ່າງໆ ຂອງອາຊຽນ;
  4. ປະຈຸບັນ ພວກເຮົາກຳລັງປະເຊີນກັບບັນຫາຕ່າງໆ ທີ່ຄາດບໍ່ເຖິງ ອັນເປັນບັນຫາທີ່ຫຍຸ້ງຍາກ ແລະ ສັບສົນ. ສະນັ້ນ, ອາຊຽນຕ້ອງໄດ້ສືບຕໍ່ເອົາໃຈໃສ່ການພັດທະນາໃຫ້ປະຊາຄົມອາຊຽນໃຫ້ເປັນຈຸດເຊື່ອຈອດ ເຊື່ອໂຍງ, ເຂັ້ມແຂງ, ສາມາດປັບຕົວໃຫ້ເຂົ້າກັບສະພາບການຕ່າງໆ, ສາມາດຮັບມືເຂົ້າກັບສະພາບການຕ່າງໆ, ສາມາດຄາດຄະເນບັນຫາຕ່າງໆທີ່ຈະເກີດຂຶ້ນ ແລະ ບັນຫາທ້າທາຍອື່ນໆ ເພື່ອສາມາດຫຼີກລ້ຽງຜົນກະທົບຂອງບັນຫາດັ່ງກ່າວ ແລະ ຍາດແຍ່ງໂອກາດໃນການສ້າງຜົນປະໂຫຍດອັນອຸດົມສົມບູນຮ່ວມກັນ ຂອງປະຊາຊົນ ໃນຕໍ່ໜ້າ.
RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments