Tuesday, September 24, 2024
Homeຂ່າວໜ້າໜຶ່ງປະເມີນກົດໝາຍ 4 ສະບັບໃນຂົງເຂດສະພາແຫ່ງຊາດຢູ່ແຂວງຫຼວງພະບາງ

ປະເມີນກົດໝາຍ 4 ສະບັບໃນຂົງເຂດສະພາແຫ່ງຊາດຢູ່ແຂວງຫຼວງພະບາງ

ໃນລະຫວ່າງວັນທີ 28-29 ສິງຫາ 2023, ກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບໃນຂົງ ເຂດສະພາແຫ່ງຊາດ ຢູ່ແຂວງຫຼວງພະບາງ, ເປັນປະທານໂດຍ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ຄະນະປະຈຳພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ພະນັກງານບຳນານ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດປະເມີນການຈັດຕັ້ງປະຕິບັດກົດ ໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນແຂວງ; ບົດປະເມີນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນແຂວງ; ບົດປະເມີນການຈັດຕັ້ງປະຕິບັດກົດ ໝາຍ ວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄໍາເຫັນຕໍ່ບົດປະເມີນການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ແລະ ຕາມຄຳເຈາະຈີ້ມຂອງປະທານກອງປະຊຸມ ເພື່ອເຮັດໃຫ້ເນື້ອໃນກອງປະຊຸມມີຄວາມຮັດກຸມສອດຄ່ອງກັບສະພາບຄວາມເປັນຈິງໃນການປະຕິບັດ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ເພື່ອສືບຕໍ່ປະຕິບັດແຜນການການປະເມີນການຈັດຕັ້ງປະຕິບັດ ແລະ ການທາບທາມຮ່າງກົດໝາຍ 4 ສະບັບມີຄວາມສະເໝາະສົມກັບສະພາບຕົວຈິງ, ສອດຄ່ອງກັບກົດໝາຍ ແລະ ຮັບປະກັນປະສິດທິພາບ ແລະ ເປັນການລະດົມສະຕິປັນຍາ, ຄໍາຄິດຄໍາເຫັນທີ່ເປັນປະໂຫຍດຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ກໍຄືເປົ້າໝາຍທີ່ກ່ຽວຂ້ອງຕ່າງໆ ເພື່ອປັບປຸງກົດໝາຍ 4 ສະບັບໃຫ້ຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບຕົວຈິງ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments