Tuesday, September 24, 2024
Homeຂ່າວພາຍໃນນວ ປັບປຸງ ການເຂົ້າເຖິງການບໍລິການຂົນສົ່ງສາທາລະນະ

ນວ ປັບປຸງ ການເຂົ້າເຖິງການບໍລິການຂົນສົ່ງສາທາລະນະ

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ຄຂຍຕ) ລັດຖະບານ ແຫ່ງ ສປປ ລາວໄດ້ຖືກຮັບຮອງເອົາ ໃນປີ 2014, ໂດຍມີຈຸດປະສົງຕົ້ນຕໍເພື່ອຈະຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ຊາວນະຄອນຫຼວງວຽງຈັນ ຊຶ່ງໄດ້ມີການປັບປຸງການເຂົ້າເຖິງການບໍລິການຂົນສົ່ງສາທາລະນະ ແນໃສ່ແກ້ໄຂບັນຫາການສັນຈອນແອອັດເຂດໃຈກາງເມືອງ, ຫຼຸດຜ່ອນອຸບັດເຫດ ແລະ ບັນຫາມົນລະພິດທາງອາກາດ.

ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ(ນວ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນໂອກາດທີ່ເຂົ້າຮ່ວມພິທີເຊັນສັນຍາຈັດຊື້ລົດເມໄຟຟ້າ 55 ຄັນ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ຄຂຍຕ) ເມື່ອບໍ່ດົນມານິີ້ວ່າ: ໂຄງການດັ່ງກ່າວແມ່ນຈັດຕັ້ງປະຕິບັດ ໂດຍແມ່ນກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ. ໂຄງການ ມີ 5 ອົງປະກອບ ຄື: 1) ສ້າງໜ່ວຍງານ (ກອງ) ຄຸ້ມຄອງການຂົນສົ່ງໃນຕົວເມືອງ; 2) ການບໍລິການດ້ວຍລົດເມທີ່ມີຄຸນນະພາບສູງ ແລະ ລະບົບລົດເມສາຍດ່ວນ (BRT); 3) ລະບົບຄຸ້ມຄອງການສັນຈອນ; 4) ການຄຸ້ມຄອງບ່ອນຈອດລົດ ແລະ 5) ການຂົນສົ່ງທີ່ບໍ່ມີເຄື່ອງຈັກ. ມາຮອດເດືອນ 7 ປີ 2023, ໂຄງການມີຄວາມຄືບໜ້າ 52,2% ທຽບກັບແຜນການ ເຫັນວ່າຊັກຊ້າກວ່າແຜນເບື້ອງຕົ້ນ ເນື່ອງມາຈາກຫຼາຍປັດໄຈ ໂດຍສະເພາະແມ່ນປະສົບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19. ຢ່າງໃດກໍຕາມ, ໂຄງການກໍໄດ້ປັບປຸງແຜນຈັດຕັ້ງປະຕິບັດໂຄງການ ໃຫ້ສຳເລັດໃນທ້າຍປີ 2024.

ປັດຈຸບັນໂຄງການ ກຳລັງຂຸ້ນຂ້ຽວ ຈັດຕັ້ງປະຕິບັດ ວຽກງານການປະມູນໃຫ້ສຳເລັດ ເປັນຕົ້ນແມ່ນ ພາຫະນະ ແລະ ອຸປະກອນ ເຊັ່ນ: ລົດຖີບ e-pedicab, ລະບົບຂົນສົ່ງອັດສະລິຍະ, ລະບົບເກັບຄ່າໂດຍສານອັດສະລິຍະ. ການປະມູນເອົາບໍລິສັດຮັບເໝົາກໍ່ສ້າງທີ່ມີຄຸນສົມບັດ ແລະ ຄວາມພ້ອມຮອບດ້ານ ເພື່ອກໍ່ສ້າງເລນລົດເມ ແລະ ສະຖານີ ຂຶ້ນ-ລົງ ເລີ່ມຕັ້ງແຕ່ສວນເຈົ້າຟ້າງຸ່ມ ໄປຫາ ມະຫາວິທະຍາໄລແຫ່ງຊາດລາວ (ດົງໂດກ) ໄລຍະທາງປະມານ 12,9 ກິໂລແມັດ; ກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ, ສູນບັນຊາລົດເມ ແລະ ການຕິດຕັ້ງ-ກໍ່ສ້າງໄຟສັນຍານຈະລາຈອນ. ຕາມແຜນແມ່ນຈະລົງມືກໍ່ສ້າງໃນທ້າຍປີ 2023 ແລະ ໃຫ້ສຳເລັດໃນທ້າຍປີ 2024 (ໄລຍະກໍ່ສ້າງ 12 ເດືອນ). ນອກຈາກນັ້ນ, ໂຄງການ ກໍໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ແນະນຳ ກ່ຽວກັບໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ຜ່ານສື່ອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ຊ່ອງທາງອື່ນໆ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ຢ່າງກວ້າງຂວາງ. ການໂຄສະນາເຜີຍແຜ່ກ່ຽວກັບໂຄງການແມ່ນເລີ່ມຕົ້ນແຕ່ເດືອນສິງຫາ 2023 ຈົນສຳເລັດໂຄງການໃນປີ 2024.

ທ່ານໃຫ້ຮູ້ຕື່ມວ່າ: ພາຍຫຼັງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ສຳເລັດ ຈະເຫັນໄດ້ໂສມໜ້າໃໝ່ຂອງນະຄອນຫຼວງວຽງຈັນ ຈະເປັນນະຄອນຫຼວງທີ່ລະບົບຂົນສົ່ງລົດເມສາຍດ່ວນ (BRT) ລະດັບສາກົນ, ເປັນກຸນແຈສໍາຄັນ ໃນການແກ້ໄຂບັນຫາການສັນຈອນແອອັດ, ອຸບັດເຫດ ແລະ ມົນລະພິດທາງອາກາດ. ເນື່ອງຈາກວ່າ ລົດເມສາຍດ່ວນ BRT ຈະມີເລນສະເພາະ, ບໍລິການຕາມເວລາທີ່ແນ່ນອນ, ຈອດຕາມປ້າຍ, ສະດວກ, ປອດໄພ ແລະ ທັນເວລາ. ສຳຄັນທີ່ສຸດແມ່ນຈະຊ່ວຍກະຕຸ້ນເສດຖະກິດ, ການທ່ອງທ່ຽວ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ ຂອງປະຊາຊົນ.

ໂດຍ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments