Tuesday, September 24, 2024
Homeຂ່າວຕ່າງປະເທດກຸ່ມ BRICS ເຊີນ 6 ປະເທດຮ່ວມເປັນສະມາຊິກ

ກຸ່ມ BRICS ເຊີນ 6 ປະເທດຮ່ວມເປັນສະມາຊິກ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ສິງຫາ ຜ່ານມາ, ຄະນະຜູ້ນຳກຸ່ມປະເທດບຣິກສ (BRICS) ໄດ້ມີມະຕິເຫັນດີຮ່ວມກັນເຊີນ 6 ປະເທດ ໄດ້ແກ່ ອາກຊັງຕິນ, ເອຢິບ, ເອທິໂອປີ, ອີຣານ, ຊາອູດິດ ອາຣັບບີ ແລະ ສະຫະລັດອາຣັບເອມິເຣດ ເຂົ້າຮ່ວມເປັນສະມາຊິກກຸ່ມ BRICS.

ທ່ານ ໄຊຣິນ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ ໄດ້ປະກາດໃນງານຖະແຫຼງຂ່າວໃນລະຫວ່າງກອງປະຊຸມສຸດຍອດກຸ່ມປະເທດ BRICS ຄັ້ງທີ 15 ວ່າ: ການເປັນສະມາຊິກກຸ່ມ BRICS ຂອງທັງ 6 ປະເທດດັ່ງກ່າວຈະມີຜົນບັງຄັບໃຊ້ໃນວັນທີ 1 ມັງກອນ 2024. ທ່ານ ໄຊຣິນ ຣາມາໂຟຊາ ກ່າວວ່າ: ພວກເຮົາໃຫ້ຄວາມສຳຄັນຕໍ່ຜົນປະໂຫຍດຂອງປະເທດອື່ນໆໃນການສ້າງຄວາມເປັນຫຸ້ນສ່ວນຂອງກຸ່ມ BRICS. ອີກຢ່າງໜຶ່ງ, ຄະນະຜູ້ນຳກຸ່ມປະເທດ BRICS ໄດ້ພົບປະປຶກສາຫາລືກັນທີ່ນະຄອນໂຈຮັນເນສເບີກ ຂອງອາຟຣິກາໃຕ້ ໃນລະຫວ່າງວັນທີ 22-24 ສິງຫາທີ່ຜ່ານມາ ເພື່ອປຶກສາຫາລືຫຼາຍບັນຫາ ຊຶ່ງລວມເຖິງການເພີ່ມຄວາມຮ່ວມມືຂອງກຸ່ມ BRICS ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ການເພີ່ມຈຳນວນສະມາຊິກກຸ່ມ BRICS.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments