Tuesday, September 24, 2024
Homeຂ່າວພາຍໃນຄວາມສໍາຄັນຂອງວຽກງານປະກັນສັງຄົມໃນ ສປປ ລາວ

ຄວາມສໍາຄັນຂອງວຽກງານປະກັນສັງຄົມໃນ ສປປ ລາວ

ລະບົບປະກັນສັງຄົມແມ່ນໜຶ່ງໃນນະໂຍບາຍປົກປ້ອງທາງສັງຄົມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍແມ່ນອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກປະກັນສັງຄົມ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ຊຶ່ງເປັນການສະເລ່ຍຄວາມສ່ຽງ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແນໃສ່ຄ້ຳປະກັນດ້ານສະຫວັດດີການຂັ້ນພື້ນຖານ, ມີສະພາບໍລິຫານ ທີ່ປະກອບດ້ວຍຕົວແທນ ສາມຝ່າຍ ຕາງໜ້າຈາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຊຶ່ງມີພາລະບົດບາດໃນການຊີ້ນໍາ ແລະ ພິຈາລະນາການບໍລິຫານ ຄຸ້ມຄອງກອງທຶນປະກັນສັງຄົມ.

ກອງທຶນປະກັນສັງຄົມໃຫ້ການຄຸ້ມຄອງແກ່ ພະນັກງານ-ລັດຖະກອນ, ຜູ້ອອກແຮງງານໃນຂົງເຂດວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະຫຼະ ໂດຍມີການສົມທົບທຶນໃນອັດຕາທີ່ກຳນົດຕາມກົດໝາຍວ່າດ້ວຍການປະກັນສັງຄົມ ຕາມຫຼັກການທາງດ້ານຄະນິດສາດປະກັນສັງຄົມ ຊຶ່ງມີການກຳນົດ ອັດຕາການຈ່າຍດັ່ງນີ້: ພາກລັດແມ່ນ 16,5% ໃນນີ້ ( ລັດຖະບານສົມທົບ 8,5% ແລະ ພະນັກງານ-ລັດຖະກອນຈ່າຍ 8%), ພາກວິສາຫະກິດ ແມ່ນ 11,5% (ຜູ້ໃຊ້ແຮງງານສົມທົບ 6% ແລະ ຜູ້ອອກແຮງງານຈ່າຍ 5,5%) ແລະ ຜູ້ສະໝັກໃຈແມ່ນຈ່າຍ 9% ຂອງວົງເງິນປະກັນທີ່ສາມາດເລືອກໄດ້ ຊຶ່ງໄດ້ມີການຈັດສັນເປັນ 5 ກອງທຶນຍ່ອຍ ປະກອບມີດັ່ງນີ້: ປະເພດກອງທຶນອຸດໜູນປີ່ນປົວສຸຂະພາບ, ພາກລັດ, ພາກວິສາຫະກິດ, ພາກສະໝັກໃຈ ແມ່ນ 1,25%; ກອງທຶນອຸດໜູນອຸບັດເຫດແຮງງານ ແລະ ພະຍາດອາຊີບ, ພາກລັດ, ພາກວິສາຫະກິດ, ພາກສະໝັກໃຈ ແມ່ນ 0,5%; ກອງທຶນອຸດໜູນໄລຍະສັ້ນ, ພາກລັດ, ພາກວິສາຫະກິດ, ພາກສະໝັກໃຈ ແມ່ນ 2,5%; ກອງທຶນອຸດໜູນໄລຍະຍາວ,ພາກລັດ 12,5%, ພາກວິສາຫະກິດ, ພາກສະໝັກໃຈ ແມ່ນ 5,25% ແລະ ກອງທຶນອຸດໜູນວ່າງານ ພາກວິສາຫະກິດ 2% ລວມ: ພາກລັດ 16,5%; ພາກວິສາຫະກິດ 11,5% ແລະ ພາກສະໝັກໃຈ 9%.

ກອງທຶນປະກັນສັງຄົມໄດ້ສະໜອງການອຸດໜູນທັງໝົດ 9 ປະເພດ ໃນນີ້ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດ 8 ການອຸດໜູນຄື: ປ່ວຍການ, ອຸບັດເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ສະມາຊິກຄອບຄົວ ແລະ ວ່າງງານ; ສ່ວນອຸດໜູນປະກັນສຸຂະພາບ ແມ່ນຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກເປັນຜູ້ຈັດຕັ້ງປະຕິບັດ ຕາມກົດໝາຍວ່າດ້ວຍການປະກັນສຸຂະພາບ ນັບແຕ່ເດືອນກໍລະກົດປີ 2019 ເປັນຕົ້ນມາ, ອົງການປະກັນສັງຄົມແຫ່ງຊາດ ໄດ້ໂອນກອງທຶນອຸດໜູນປິ່ນປົວສຸຂະພາບ (1,25%) ໃຫ້ ໂດຍຄິດໄລ່ຕາມລາຍຮັບເງິນສົມທົບໃນແຕ່ລະເດືອນເພື່ອສະໜອງການສະໜູນອຸດໜູນປິ່ນປົວສຸຂະພາບໃຫ້ກັບສະມາຊິກປະກັນສັງຄົມ ແລະ ຄອບຄົວຂອງເຂົາເຈົ້າ. ປັດຈຸບັນສະມາຊິກປະກັນສັງຄົມທີ່ຈ່າຍເງິນສົມທົບ ມີຈໍານວນ 388.660 ຄົນ ແລະ ມີຜູ້ເກີດສິດໃນການຄຸ້ມຄອງຈາກລະບົບປະກັນສັງຄົມ (ຜູ້ປະກັນຕົນ,ຄູ່ສົມລົດ ແລະ ລູກ) ລວມທັງໝົດ 828.403 ຄົນ.

ກອງທຶນປະກັນສັງຄົມມີການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແບບລວມສູນຢູ່ສູນກາງ, ມີກົນໄກການຄຸ້ມຄອງພາຍໃນທີ່ສອດຄ່ອງກັບລະບຽບການເງິນ-ການບັນຊີ ຊຶ່ງໄດ້ຜ່ານການຮັບຮອງຈາກ ກະຊວງການເງິນ ໂດຍມີການຈົດຮັບ-ຈົດຈ່າຍ ຜ່ານລະບົບໂປຣແກຣມບັນຊີແບບອອນລາຍ ເພື່ອຕິດຕາມສັງລວມ ການສະຫຼຸບລາຍງານ ລາຍຮັບ-ລາຍຈ່າຍ ປະຈໍາວັນ, ລາຍຮັບເງິນສົມທົບແມ່ນໄດ້ໂອນເຂົ້າບັນຊີຮັບລວມສູນຢູ່ສູນກາງ, ສໍາລັບລາຍຈ່າຍແມ່ນໄດ້ປະຕິບັດຕາມແຜນທີ່ໄດ້ຜ່ານການພິຈາລະນາຮັບຮອງ ຈາກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະທານສະພາບໍລິຫານອົງການປະກັນສັງຄົມແຫ່ງຊາດ, ມີລະບົບກວດສອບພາຍໃນ ທີ່ມີການກວດສອບຢ່າງເປັນປົກກະຕິ, ມີການຕິດຕາມ, ກວດກາ ຈາກກົມກວດກາ ກະຊວງແຮງງານ ແລະ ສະຫວັດແຮງງານສັງຄົມ ແລະ ມີການກວດສອບ ຈາກອົງການກວດສອບແຫ່ງລັດ ເພື່ອຢັ້ງຢືນຄວາມໂປ່ງໃສໃນທຸກໆປີ.

ກອງທຶນປະກັນສັງຄົມ ໄດ້ຮັບການຊີ້ນໍາ-ນໍາພາ ຢ່າງໃກ້ສິດ ຈາກສະພາບໍລິຫານອົງການປະກັນສັງຄົມ ແລະ ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການເຄື່ອນໄຫວວຽກ ແລະ ຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມຕາມກົດໝາຍວ່າດ້ວຍການປະກນສັງຄົມ ຢ່າງຄົບຖ້ວນເປັນປົກະຕິ ແລະ ມີການພັດທະນາໃຫ້ດີຂຶ້ນເລື້ອຍໆ, ກອງທຶນປະກັນສັງຄົມມີການສະສົມ, ມີການເຕີບໃຫຍ່ຂະຫຍາຍຕົວ ສາມາດຮອງຮັບການຈ່າຍອຸດໜູນປະກັນສັງຄົມປະເພດຕ່າງໆ ຕາມລະບຽບການ ດ້ວຍຄວາມໂປ່ງໃສສາມາດກວດສອບໄດ້.

ຂໍ້ມູນຈາກ: ອົງການປະກັນສັງຄົມແຫ່ງຊາດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments