Monday, September 23, 2024
Homeຂ່າວດ່ວນປະຊາຊົນ 100.000ກວ່າ ຄົນ ໄດ້ຮັບເຂົ້າສານຈາກອົງການກາແດງລາວ

ປະຊາຊົນ 100.000ກວ່າ ຄົນ ໄດ້ຮັບເຂົ້າສານຈາກອົງການກາແດງລາວ

ໃນໄລຍະເດືອນສິງຫາ 2023 ນີ້ ອົງການກາແດງແຫ່ງຊາດລາວ ໄດ້ນໍາເອົາເຂົ້າສານຈໍານວນ 900 ໂຕນ, ເພື່ອຊ່ວຍເຫລືອປະຊາຊົນຈໍານວນ 100.000 ກວ່າຄົນ ຢູ່ 16 ເມືອງ, 220 ບ້ານ ໃນ 4 ແຂວງຄື: ແຂວງອຸດົມໄຊ, ຫລວງນໍ້າທາ, ເຊກອງ ແລະ ແຂວງສາລະວັນ ໂດຍຜ່ານອົງການອາຫານໂລກ ແລະ ອົງການສະຫະປະຊາຊາດປະຈຳລາວ ໂດຍແມ່ນການຮ່ວມມືລະຫວ່າງອົງການກາແດງແຫ່ງຊາດລາວ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມອບໃຫ້ອົງການກາແດງແຫ່ງຊາດລາວຈັດຕັ້ງປະຕິບັດ, ຄາດວ່າຈະໃຫ້ສໍາເລັດພາຍໃນຕົ້ນເດືອນກັນຍາ 2023ນີ້.

ການຊ່ວຍເຫລືອຄັ້ງນີ້ ແນໃສ່ໃຫ້ຜູ້ທຸກຍາກ, ດ້ອຍໂອກາດ, ຂາດເຂີນ ທີ່ບໍ່ສາມາດເຂົ້າເຖິງການຄໍ້າປະກັນດ້ານສະບຽງອາຫານ ທັງໃຫ້ມີສະບຽງອາຫານແຮໄວ້ໃນຄອບຄົວ ເພື່ອອໍານວຍຄວາມສະດວກໃນການທຳການຜະລິດ ເປົ້າຫມາຍຜູ້ຫນຶ່ງຈະຮັບເຂົ້າສານ ຈຳນວນ 7,6 ກິໂລກຣາມ, ສາມາດກຸ້ມກິນໄດ້ 19 ວັນ. ໂຄງການຊ່ວຍເຫລືອໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ ສ.ເກົາຫລີ ແລະ ປະເທດອຽກລັງ ມູນຄ່າທັງໝົດ 172.000 ໂດລາສະຫາລັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments