Monday, September 23, 2024
Homeຂ່າວຕ່າງປະເທດອີຢູ ຮຽກຮ້ອງໃຫ້ ຣັດເຊຍ ຟື້ນຟູຂໍ້ລິເລີ່ມທັນຍາພືດທະເລດຳ

ອີຢູ ຮຽກຮ້ອງໃຫ້ ຣັດເຊຍ ຟື້ນຟູຂໍ້ລິເລີ່ມທັນຍາພືດທະເລດຳ

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ Valdis Dombrovskis ຮອງປະທານ ຄະນະກຳມະການ ເອີຣົບ, ທັງເປັນ ກຳມະການ ການຄ້າ ຂອງສະຫະພາບ ເອີຣົບ (ອີຢູ) ໄດ້ຮຽກຮ້ອງໃຫ້ຣັດເຊຍ ຟື້ນຟູຂໍ້ລິເລີ່ມທັນຍາພືດ ທະເລດຳ ຄືນໃໝ່, ເຊິ່ງເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ທັນຍາພືດຂອງອູ​ແກຣນ ໄດ້ສົ່ງອອກຜ່ານທ່າກ່ຳປັ່ນຕ່າງໆ ຢູ່ທະເລດຳ ຢ່າງປອດໄພ. ພາຍຫລັງທີ່ຣັດ​ເຊຍຖອນຕົວອອກຈາກຂໍ້ຕົກລົງສະບັບນີ້ເມື່ອເດືອນກ່ອນ. ສຳລັບນອກກອງປະຊຸມ ລັດຖະມົນຕີການຄ້າກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນແຖວໜ້າໂລກ (G20) ຢູ່ອິນເດຍ, ທ່ານ Valdis Dombrovskis ພ້ອມ​ໃຫ້ການສະໜັບສະໜູນທຸກຄວາມມານະພະຍາຍາມ ຂອງ ສປຊ ແລະ ຕວັກກີ ທີ່ກ່ຽວຂ້ອງເຖິງຂໍ້ລິເລີ່ມທັນຍາພືດທະເລດຳ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments