Sunday, September 22, 2024
Homeຂ່າວຕ່າງປະເທດຫວຽດນາມ ຢັ້ງຢືນທີ່ຕັ້ງ ແລະ ຮັບຮູ້ຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດດີຈີຕອນ

ຫວຽດນາມ ຢັ້ງຢືນທີ່ຕັ້ງ ແລະ ຮັບຮູ້ຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ປະຊາຊົນ ຫວຽດນາມ 72 ລ້ານຄົນ ພວມນຳໃຊ້ອິນເຕີເນັດ. ສະເລ່ຍແຕ່ລະປີ, ແຕ່ລະຄົນໄດ້ຈ່າຍເງິນຈຳນວນ 288 ໂດລາ ໃນການຊື້ເຄື່ອງອອນລາຍ. ບັນດາປັດໄຈດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ຫວຽດນາມ ພວມມີກຳລັງບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາເສດຖະກິດດີຈີຕອນ, ແຕ່ໄປຄຽງຄູ່ກັນນັ້ນແມ່ນມີສິ່ງທ້າທາຍຫຼາຍຢ່າງທີ່ຕ້ອງໄດ້ຮັບຮູ້, ຊອກຫາມາດຕະການແກ້ໄຂໂດຍໄວ. ນີ້ແມ່ນຄຳຢັ້ງຢືນຂອງບັນດານັກຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສຳມະນາ “ເສດ ຖະກິດດີຈີຕອນ: ຮັບຮູ້, ຢັ້ງຢືນທີ່ຕັ້ງບັນດາຄວາມສາມາດບົ່ມຊ້ອນ ແລະ ສິ່ງທ້າທາຍ” ໂດຍພະແນກສາກົນ ຝຣັ່ງໂກໂຟນີ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ສົມທົບກັບສະຖາບັນຍຸດທະສາດຫັນເປັນດີຈີຕອນ ແລະ ສະຖາບັນຄົ້ນຄວ້າ ອາຟຣິກາ – ຕາເວັນອອກກາງ ຈັດຂຶ້ນຫວ່າງບໍ່ດົນມານີ້ຢູ່ຮ່າໂນ້ຍ.
ໃນກອງປະຊຸມສຳມະນາ, ທ່ານ ຫງວຽນຫວືຕວນ ຫົວໜ້າຫ້ອງການຄຸ້ມຄອງການເຄື່ອນໄຫວການຄ້າເອເລັກໂຕຣນິກ, ກົມການຄ້າເອເລັກໂຕຣນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກ່າວວ່າ: ຂອບຂະໜາດພື້ນຖານເສດຖະກິດດີຈີຕອນ ຢູ່ຫວຽດນາມ ມີ 4 ກຸ່ມ, ນັ້ນແມ່ນ: ການຄ້າເອເລັກໂຕຣນິກ, ການສັ່ງລົດຮັບ-ສົ່ງທາງອອນລາຍ, ການທ່ອງທ່ຽວອອນລາຍ ແລະ ການໂຄສະນາທາງອອນລາຍ. ການຄ້າເອເລັກໂຕນິກຂອງ ຫວຽດນາມ ນອນໃນກຸ່ມ 5 ປະເທດ ມີລະດັບການພັດທະນາໄວທີ່ສຸດໃນໂລກ. ນັ້ນພຽງແຕ່ແມ່ນລະດັບຄວາມໄວເທົ່ານັ້ນ, ສ່ວນທາງດ້ານມູນຄ່າແມ່ນຍັງໜ້ອຍ. ປີ 2022, ຫວຽດນາມ ບັນລຸໄດ້ປະມານ 23 ຕື້ໂດລາ. ຄາດວ່າ ປີ 2025 ຈະບັນລຸປະມານ 49 ຕື້ໂດລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments