Sunday, September 22, 2024
Homeຂ່າວດ່ວນອົງການກາແດງແຫ່ງຊາດລາວໃຫ້ການຊ່ວຍເຫລືອປະຊາຊົນທີ່ປະສົບໄພນໍ້າຖ້ວມ 300 ກວ່າຄອບຄົວຢູ່ແຂວງຄຳມ່ວນ

ອົງການກາແດງແຫ່ງຊາດລາວໃຫ້ການຊ່ວຍເຫລືອປະຊາຊົນທີ່ປະສົບໄພນໍ້າຖ້ວມ 300 ກວ່າຄອບຄົວຢູ່ແຂວງຄຳມ່ວນ

ໃນວັນທີ 20-21 ສິງຫາ 2023 ນີ້ ອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງຄຳມ່ວນ ໄດ້ນຳເອົາເຄື່ອງອຸປະໂພກ, ບໍລິໂພກ ເຊິ່ງປະກອບມີ ນ້ຳດື່ມ, ໝີ່ໄວໆ, ປ໋ອງປາ, ເຂົ້າສານຈ້າວ, ເກືອ, ເຈ້ຍຊິດຊູ, ສະບູ, ແພັບ ແລະ ຢາປາລາ ລວມມູນຄ່າທັງໝົດ 60 ກວ່າລ້ານກີບ ໄປຊ່ວຍເຫລືອປະຊາຊົນທີ່ປະສົບໄພ ນໍ້າຖ້ວມຈຳນວນ 329 ຄອບຄົວໄດ້ແກ່ບ້ານ ໂພນຄຳ, ໂພນບົກ, ນາຕານ ແລະ ບ້ານນາຂັນແກ້ວ ເມືອງນາກາຍ ແຂວງຄຳມ່ວນ, ກ່າວມອບໂດຍທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ແລະຮັບໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ຫົວໜ້າອົງການກາແດງແຂວງຄຳມ່ວນ, ເຄື່ອງທີ່ມາຊ່ວຍເຫລືອໃນຄັ້ງນີ້ແມ່ນໄດ້ມາຈາກການບໍລິຈາກອົງການ, ບັນດາຫ້າງຮ້ານ,ນັກທຸລະກິດ ໃນນະຄອນຫຼວງວຽງຈັນ ຫຼັງຈາກນັ້ນທີມງານກໍໄດ້ສືບຕໍ່ນຳເຄື່ອງຈຳນວນດັ່ງກ່າວໄປສົມທົບກັບອຳນາດການປົກຄອງເມືອງເພື່ອໄປມອບໃຫ້ພໍ່ແມ່ປະຊາຊົນຢູ່ເມືອງນາກາຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments