Sunday, September 22, 2024
Homeຂ່າວດ່ວນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຮັບເຄື່ອງຊ່ວຍເຫຼືອ ຈາກບໍລິສັດ ແຟຊັ່ນ Elise ຈຳກັດ

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຮັບເຄື່ອງຊ່ວຍເຫຼືອ ຈາກບໍລິສັດ ແຟຊັ່ນ Elise ຈຳກັດ

ວັນທີ 22 ສິງຫາ 2023, ທີ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກ ບໍລິສັດ ແຟຊັ່ນ Elise ຈຳກັດ ເພື່ອສົ່ງໄປໃຫ້ປະຊາຊົນທີ່ທຸກຍາກຂອງລາວ, ໂດຍມີການເຂົ້າຮ່ວມຂອງ ທ່ານ ຈັນທະພອນ ຄໍາມະນີຈັນ, ທີ່ປຶກສາ, ຮອງຫົວໜ້າສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ Tokuo Yotaro, ຜູ້ອຳນວຍການບໍລິຫານ (Principal) ບໍລິສັດ ແຟຊັ່ນ Elise ຈຳກັດ ພ້ອມດ້ວຍພະນັກງານຂອງທັງສອງຝ່າຍ ເຂົ້າຮ່ວມ.

ໂອກາດນີ້, ທ່ານ Tokuo Yotaro ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນລາວ ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ເຂດພູດອຍ ແລະ ມີຄວາມຍິນດີທີ່ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເປັນຄັ້ງທີ 2 ຈາກ ບໍລິສັດ ແຟຊັ່ນ Elise ຈຳກັດ. ບໍລິສັດ ແຟຊັ່ນ Elise ຈຳກັດ ເປັນບໍລິສັດ ຜະລິດເຄື່ອງນຸ່ງ (ແຟຊັ່ນ) ທີ່ມີຄຸນນະພາບ ແລະ ມີຫ້າງຮ້ານຂາຍຢູ່ທົ່ວປະເທດຫວຽດນາມ ໂດຍສະເພາະແມ່ນຕົວເມືອງໃຫຍ່ຂອງຫວຽດນາມ.

ເຄື່ອງທີ່ນຳໄປມອບຄັ້ງນີ້ ແມ່ນປະເພດເຄື່ອງນຸ່ງຂອງແມ່ຍິງລະດູໜາວ ຈຳນວນ 5.321 ໂຕ, ລວມມູນຄ່າຫຼາຍກວ່າ 10 ຕື້ດົ່ງ ເພື່ອໄປໃຫ້ປະຊາຊົນທີ່ທຸກຍາກຂອງລາວ ທັງເປັນການສືບຕໍ່ປະກອບສ່ວນເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດ ນາມ-ລາວ.

ທ່ານ ຈັນທະພອນ ຄໍາມະນີຈັນ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ທ່ານ Tokuo Yotaro ແລະ ບໍລິສັດ ແຟຊັ່ນ Elise ຈຳກັດ ທີ່ໄດ້ນໍາເອົາເຄື່ອງຈໍານວນດັ່ງກ່າວໄປມອບໃຫ້ສະຖານທູດ ເພື່ອສົ່ງໄປຍັງປະຊາຊົນລາວ ຊຶ່ງຈະເປັນການສ້າງຄວາມຄຸ້ຍເຄີຍຂອງປະຊາຊົນລາວຕໍ່ກັບຍີ່ຫໍ້ສິນຄ້າດັ່ງກ່າວ ແລະ ຫວັງວ່າ ບໍລິສັດ ຈະສືບຕໍ່ຂະຫຍາຍທຸລະກິດໄປຍັງຕະຫລາດລາວໃນອະນາຄົດ. ທ່ານ ຈັນທະພອນ ຄໍາມະນີຈັນ ຢືນຢັນວ່າ ຈະປະສານໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວ ໃນການຈັດສົ່ງຕໍ່ໄປຍັງປະຊາຊົນລາວໃນເວລາອັນເໝາະສົມ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ ສສ ຫວຽດນາມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments