Monday, September 23, 2024
Homeຂ່າວການເມືອງກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຈຳປາສັກ ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາພື້ນຖານສໍາຄັນຂອງແຂວງ

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງຈຳປາສັກ ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາພື້ນຖານສໍາຄັນຂອງແຂວງ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງໄຂຂຶ້ນ ແລະດຳເນີນຢ່າງເປັນທາງການໃນວັນທີ 21-23 ສິງຫາ 2023 ນີ້ ຢູ່ທີ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງຈຳປາສັກພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍທ່ານຮອງເຈົ້າແຂວງ, ການນຳແຂວງ, ມີຄະນະປະຈຳ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ບັນດາການນຳພະແນກການກົມກອງອ້ອມຂ້າງແຂວງ, ນະຄອນປາກເຊ, ເມືອງ, ອົງການຈັດຕັ້ງແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ໃຫ້ກຽດກ່າວສູນທອນພົດອັດກອງປະຊຸມຄັ້ງນີ້ ໂດຍກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ສ້າງສັນ ແລະ ມີຄວາມເປັນເອກະພາບສູງ ຂອງສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ ໃນການຄົ້ນຄວ້າ, ປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ຕໍ່ບັນດາເນື້ອໃນ ທີ່ນໍາມາພິຈາລະນາ ແລະ ຮັບຮອງເອົາ ມະຕິກອງປະຊຸມ ທັງໝົດ 8 ສະບັບຄື:

1. ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ທ້າຍສະໄໝຂອງແຂວງຈໍາປາສັກ.

2. ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ- ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງ ແຂວງຈໍາປາສັກ.

3. ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2023 ຂອງແຂວງຈໍາປາສັກ.

4. ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ ຂອງແຜນການ 5 ປີ (2021- 2025) ແລະ ແຜນການເຄື່ອນໄຫວວຽກງານ ທ້າຍສະໄຫມ ຂອງອົງການໄອຍະການປະຊາຊົນພາກໃຕ້ ແລະ ສານປະຊາຊົນພາກໃຕ້.

5. ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ ຂອງແຜນການ 5 ປີ (2021- 2025) ແລະ ແຜນການເຄື່ອນໄຫວວຽກງານ ທ້າຍສະໄໝ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ.

6. ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະໄໝ ຂອງແຜນການ 5 ປີ (2021- 2025) ແລະ ແຜນການເຄື່ອນໄຫວວຽກງານ ທ້າຍສະໄໝ ຂອງສະພາປະຊາຊົນແຂວງ.

7. ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ຫາ ກອງປະຊຸມສະໄໝສາມັນເທື່ອທີ 5 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງ.

8. ຮັບຮອງເອົາຜົນການປະເມີນໃຫ້ຄະແນນ ຕໍ່ການປະຕິບັດໜ້າທີ່ຂອງບຸກຄະລາກອນດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນແຂວງ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ນອກຈາກໄດ້ຮັບຮອງເອົາບັນດາມະຕິທີ່ໄດ້ກ່າວມາ ກອງປະຊຸມຍັງໄດ້ຮັບຟັງ ການອະທິບາຍຊີ້ແຈງບັນຫາທີ່ສະມາຊິກສະພາປະຊາຊົນແຂວງໄດ້ຕັ້ງຂຶ້ນ ຈາກຂະແຫນງການທີ່ກ່ຽວຂ້ອງ ເຊິ່ງການອອກມະຕິກອງປະຊຸມຄັ້ງນີ້ ຈະເປັນນິຕິກໍາພື້ນຖານ ເພື່ອໃຫ້ອົງການປົກຄອງແຂວງ ສືບຕໍ່ນໍາພາ-ຊີ້ນໍາ ບັນດາຂະແໜງການ ພ້ອມທັງປຸກລະດົມ ປະຊາຊົນລາວບັນດາເຜົ່າຊາວແຂວງຈໍາປາສັກ ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ສືບຕໍ່ຈັດຕັ້ງປະຕິບັດ ບັນດານະໂຍບາຍ, ມາດຕະການ, ທາງດ້ານເສດຖະກິດ-ສັງຄົມ ໃຫ້ມີປະສິດທິຜົນ ເພື່ອແກ້ໄຂສິ່ງອຸດຕັນ ໃນການຄຸ້ມຄອງ ແລະ ບໍລິຫານລັດ ໃນຂະແໜງການຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ຕາມກົດໝາຍກໍານົດໄວ້.

ເກດສະໜາ ແກ້ວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments