Monday, September 23, 2024
Homeຂ່າວການເມືອງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດ ການາດາ ປະຈໍາ ສປປລາວ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດ ການາດາ ປະຈໍາ ສປປລາວ

ໃນຕອນແລງຂອງວັນທີ 24 ສິງຫາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ຊາຣາ ເທເລີ (Sarah Taylor), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ການາດາ ປະຈໍາ ສປປ ລາວ ທີ່ມີສໍານັກງານຢູ່ ບາງກອກ, ປະເທດໄທ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫຼອດໄລຍະເວລາ 3 ປີກວ່າຜ່ານມາ, ເຖິງແມ່ນ ສະຖານທູດ ຈະມີສໍານັກງານຢູ່ ບາງກອກ ລວມທັງການລະບາດຂອງ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການເຄື່ອນໄຫວທາງການທູດຢູ່ ສປປ ລາວ ກໍຕາມ, ທ່ານທູດຍັງໄດ້ຍາດເວລາມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ອັນໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍໆດ້ານ ລະຫວ່າງ ສປປ ລາວ ແລະ ການາດາ, ເປັນຕົ້ນ: ການປະສານງານໃນການຈັດຕັ້ງປະຕິບັດກົນໄກກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ ໃນລະດັບຫົວໜ້າກົມ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການຮ່ວມມືດ້ານເສດຖະກິດ-ການຄ້າ, ການສຶກສາ, ສາທາລະນະສຸກ, ອາຊຽນ-ການາດາ ແລະ ອື່ນໆ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດກໍຍັງໄດ້ລະດົມການຊ່ວຍເຫຼືອທາງດ້ານອຸປະກອນການແພດຕ່າງໆ ໃຫ້ແກ່ ສປປ ລາວ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ, ອັນເປັນການປະກອບສ່ວນໃນການສົ່ງເສີມສາຍພົວພັນຮ່ວມມືສອງຝ່າຍໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້, ກໍ່ໄດ້ອວຍພອນໃຫ້ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍ່ຄືພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ຄວາມຮ່ວມມືກັບ ທ່ານເອກອັກຄະລັດຖະທູດ ການາດາ ຄົນໃໝ່ ທີ່ຈະມາຮັບໜ້າທີ່ໃນຕໍ່ໜ້າ ເພື່ອຮ່ວມກັນສືບຕໍ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເປັນຮູບປະທໍາຍິ່ງໆຂຶ້ນ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments