Monday, September 23, 2024
Homeຂ່າວພາຍໃນ2 ປີເຄິ່ງ ອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ໄດ້ຮັບຄະດີເຂົ້າທັງໝົດ 2.971 ເລື່ອງ ສາມາດແກ້ໄຂໄດ້ 2.679 ເລື່ອງ.

2 ປີເຄິ່ງ ອົງການໄອຍະການປະຊາຊົນແຂວງສະຫວັນນະເຂດ ໄດ້ຮັບຄະດີເຂົ້າທັງໝົດ 2.971 ເລື່ອງ ສາມາດແກ້ໄຂໄດ້ 2.679 ເລື່ອງ.

ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ໃນມື້ທີ 2 ວັນທີ 24 ສິງຫາ 2023ນີ້ ທີ່ຫໍວັດທະນະທໍາໄກສອນພົມວິຫານ ທ່ານ ຄໍາແດງ ຂັນຕະມາລາ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານດ້ານດີ ແລະ ຜົນສໍາເລັດກາງສະໄໝຂອງແຜນການ 5 ປີ ວ່າ: ຄະນະພັກ-ຄະນະອົງການໄອຍະການປະຊາຊົນແຂວງໄດ້ຖືເອົາວຽກງານສຶກສາອົບຮົມແນວຄິດເປັນກົກ ໃນການຊີ້ນໍານໍາພາຮອບດ້ານ,ເພື່ອໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນຮັບຮູ້ເຂົ້າໃຈ ກໍາແໜ້ນຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ ກົດໝາຍຂອງລັດ , ວຽກງານກົດໝາຍ ໄດ້ຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ການສັ່ງຟ້ອງ, ໄດ້ຮັບຄໍາສະເໜີແລະ ຄໍາຮ້ອງ ຈາກອົງການຈັດຕັ້ງລັດ ແລະ ສັງຄົມ ແລະ ປະຊາຊົນຈໍານວນ 175 ສະບັບ ແກ້ໄຂໄດ້ 170 ສະບັບເທົ່າກັບ 94,14% ເຫັນວ່າການແກ້ໄຂຄໍາຮ້ອງ ແມ່ນມີຄວາມຖືກຕ້ອງເປັນທໍາ ແລະ ທັນຕາມເຫດການ , ໄດ້ເຂັ້ມງວດຕິດຕາມກວດກາ ຄົ້ນຄວ້າການສ້າງກົນໄກປະສານ ຮ່ວມງານກັບເຈົ້າໜ້າທີ່ອົງການສືບສວນ-ສອບສ ວນກ່ຽວກັບ ການອອກຄໍາສັ່ງໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນໃນທຸກຂັ້ນຕອນໃນການດໍາເນີນຄະດີຂອງເຈົ້າໜ້າທີ່ຄື: ອອກຄໍາສັ່ງກັກຂັງພາງ 2.016 ສະບັບ, ຄໍາສັ່ງຕໍ່ກັກຂັງພາງ 2.195 ສະບັບ ຄໍາສັ່ງຕໍ່ເປີດການສືບສວນສອບສວນ 1.814 ສະບັບ ຄໍາສັ່ງຈັບຕົວ 53 ສະບັບ, ຄໍາສັ່ງກວດຄົ້ນເຄຫະສະຖານ 183 ສະບັບ ເປີດກອງປະຊຸມຮ່ວມກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ 30ຄັ້ງ ມີຄະດີນໍາມາຄົ້ນຄວ້າ 45 ເລື່ອງ ນອກນີ້ຍັງເຂົ້າຮ່ວມຕິດຕາມການຊັນນະສູດຊາກສົບແລະ ສະຖານທີ່ເກີດເຫດຂອງເຈົ້າໜ້າທີ່84 ຄັ້ງ ໄດ້ຮັບສໍານວນຄະດີອາຍາທົ່ວແຂວງ ທັງໝົດ 2.734 ເລື່ອງ ແກ້ໄຂໄດ້ 2.454 ເລື່ອງ ຖະແຫຼງສັ່ງຟ້ອງໃຫ້ສານຕັດສິນ 1.483ເລື່ອງ ມີຄໍາແນະນໍາສົ່ງເຈົ້າໜ້າທີ່ 914 ເລື່ອງ, ຊັດມ້ຽນ 25 ເລື່ອງ ໂຈະການດໍາເນີນຄະດີ 5 ເລື່ອງ ເທົ່າກັບ 89ກວ່າສ່ວນຮ້ອຍ ຮັບສໍານວນຄະດີແພ່ງທັງໝົດ 237ເລື່ອງ ແກ້ໄຂໄດ້ 225 ເລື່ອງ ເທົ່າກັບ 94 ກວ່າສ່ວນຮ້ອຍ ເຫັນວ່າບັນລຸຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments