Tuesday, September 24, 2024
Homeຂ່າວການເມືອງຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນອາຊີ ແລະ ເອີຣົບ

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນອາຊີ ແລະ ເອີຣົບ

ໃນວັນທີ 22-23 ສິງຫາ 2023 ທີ່ ສໍານັກງານຄະນະກໍາມາ ທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກ ພື້ນອາຊີ-ປາຊິຟິກ (UNESCAP) ບາງກອກ ປະເທດໄທ ຄະນະຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການ ຕ່າງປະເທດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນ ອາຊີ ແລະ ເອີຣົບ ເພື່ອທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນດໍາເນີນງານ ວຽນນາ (VPoA) ສໍາລັບປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ສົກປີ 2014-2024 ໂດຍສະເພາະຄວາມຄືບໜ້າຜົນສໍາເລັດ ຂໍ້ ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ 6 ຂົງເຂດບູລິມະສິດ ຄື: (1) ນະໂຍບາຍພື້ນຖານ ກ່ຽວກັບ ຂົນສົ່ງຜ່ານແດນ (2) ການພັດທະນາ ແລະ ບູລະນະຮັກ ສາພື້ນຖານໂຄງລ່າງ (3) ການຄ້າສາກົນ ແລະ ການອໍານວຍຄວາມສະດວກດ້ານການຄ້າ (4) ການເຊື່ອມໂຍງ ແລະ ຮ່ວມມືພາກພື້ນ (5) ການຫັນປ່ຽນໂຄງສ້າງດ້ານເສດຖະ ກິດ (6) ເຄື່ອງມືການຈັດຕັ້ງປະຕິບັດ ລວມເຖິງການ ແລກປ່ຽນບົດຮຽນ ແລະ ວິທີທາງທີ່ດີ ໃນການຮັບມືກັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນດາວິກິດການອື່ນໆ ທີ່ພວມເກີດຂຶ້ນໃນປັດຈຸບັນ.

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2023 ທ່ານ ນາງ ຣາບັບ ຟາຕີມາ (Rabab Fatima) ຮອງເລຂາທິການໃຫຍ່ ອົງ ການ ສປຊ ທັງເປັນ ຜູ້ຕາງໜ້າຂັ້ນສູງ ສປຊ ທີ່ຮັບຜິດຊອບປະເທດດ້ອຍພັດທະນາ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ໄດ້ກ່າວເປີດກອງປະຊຸມ ເຊິ່ງໃນນັ້ນ ທ່ານໄດ້ສະແດງຄວາມເປັນຫ່ວງຕໍ່ກັບສະພາບວິກິດການໃນທົ່ວ ໂລກ ແລະ ຜົນກະທົບຮອບດ້ານ ທີ່ບັນດາປະເທດ LLDCs ຕ້ອງປະເຊີນໃນໄລຍະຜ່ານມາ ແລະ ຍ້ອນມີຄວາມບອບບາງກວ່າປະເທດອື່ນ ຈຶ່ງເຮັດໃຫ້ປະເທດເຫລົ່ານີ້ ຍິ່ງຕ້ອງພົບກັບສະພາບຫຍຸ້ງຍາກອີກຫຼາຍເທົ່າ.

ສະນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ບັນດາປະເທດທາງ ຜ່ານ ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການຮ່ວມມືສະໜັບສະໜູນປະເທດເຫຼົ່ານີ້ ໂດຍ ສະເພາະໃນວຽກງານເຊື່ອມໂຍງເຊື່ອມຈອດ ການອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ ກໍຄື ການ ຮັບມືບັນຫາການປ່ຽນແປງດິນຟ້າອາກາດ ແລະ ການສະ ໜອງທຶນເພື່ອການພັດທະນາ.

ໃນໂອກາດດັ່ງກ່າວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ຫົວໜ້າຄະນະຜູ້ແທນ ສປປ ລາວ ທີ່ໄດ້ຮັບກຽດຖືກແຕ່ງຕັ້ງເປັນໜຶ່ງໃນສອງຮອງປະທານກອງປະຊຸມໃນຄັ້ງນີ້ ກໍໄດ້ກ່າວປາໄສໃນພາກສົນ ທະນາລະດັບສູງ ພາຍໃຕ້ຫົວຂໍ້ “ສະພາບການຈັດຕັ້ງປະຕິ ບັດແຜນດຳເນີນງານ ວຽນນາ ແລະ ການຊຸກຍູ້ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຢູ່ປະເທດ LLDCs ໃຫ້ສໍາເລັດຜົນ: ບົດຮຽນທີ່ຖອດຖອນໄດ້ ແລະ ຟື້ນຟູໃຫ້ດີຂຶ້ນ” ເຊິ່ງໃນນັ້ນ ທ່ານ ໄດ້ເວົ້າເຖິງຜົນສໍາເລັດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດແຜນດໍາເນີນງານວຽນນາ ໃນລະດັບປະເທດ ໂດຍຜ່ານການເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ແຜນພັດທະນາຂອງຂະແໜງການທີ່ກ່ຽວຂ້ອງ ໂດຍ ສະເພາະຜົນສໍາເລັດໃນການພັດທະນາພື້ນຖານໂຄງລ່າງ ເຊັ່ນ: ການສ້າງທາງດ່ວນ, ຂົວມິດຕະພາບ ລວມເຖິງ ເສັ້ນ ທາງລົດໄຟລາວ-ຈີນ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການຂົນສົ່ງພາຍໃນ ແລະ ລະຫວ່າງປະເທດ ກໍຄືການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອກ້າວໄປສູ່ການບັນລຸເປົ້າໝາຍທີ່ຈະຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດໃນລະດັບພາກພື້ນ.

ພ້ອມກັນນັ້ນ ກໍໄດ້ມີຂໍ້ສະເໜີແນະ ສໍາລັບການສ້າງແຜນດໍາເນີນງານສະບັບໃໝ່ທີ່ຈະຮັບຮອງໃນປີ 2024 ໃຫ້ມີລັກສະນະຮອບດ້ານ ແລະ ສາມາດຈັດຕັ້ງປະຕິບັດໂດຍທຸກປະເທດ ໂດຍສືບຕໍ່ສຸມໃສ່ຂົງເຂດບຸລິມະສິດທີ່ກ່ຽວ ຂ້ອງກັບ ການພັດທະນາພື້ນຖານໂຄງລ່າງ ການເຊື່ອມໂຍງ ແລະ ອໍານວຍຄວາມສະດວກດ້ານການຄ້າ ແລະ ການຂົນ ສົ່ງ ການເຊື່ອມຈອດດ້ານດິຕິຕອນ ການເຫັນປ່ຽນດ້ານພະລັງງານ ເປັນຕົ້ນ.

ພ້ອມນັ້ນ ຄະນະຜູ້ແທນ ສປປ ລາວ ກໍໄດ້ຮັບໜ້າທີ່ເປັນຜູ້ນໍາພາດໍາເນີນກອງປະຊຸມ ພາກສົນທະນາທີ 1 ກ່ຽວກັບການສົ່ງເສີມການຮ່ວມມື ເພື່ອການຂົນສົ່ງຜ່ານແດນ ແລະ ການອໍານວຍຄວາມສະດວກດ້ານການຄ້າເພື່ອສ້າງຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ LLDCs.

ນອກຈາກນັ້ນ ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍຖືໂອ ກາດນີ້ພົບປະສອງຝ່າຍກັບ ທ່ານ ນາງ ຣາບັບ ຟາຕີມາ ຮອງເລຂາທິການໃຫຍ່ ອົງການ ສປຊ ເພື່ອປຶກສາຫາລືກ່ຽວກັບ ບັນດາວຽກງານ ແລະ ການຮ່ວມມືກັນໃນໄລຍະຕໍ່ໜ້າ ກໍຄື ຂະບວນການກະກຽມກອງປະຊຸມລະດັບສູງ ອົງການ ສປຊ ວ່າດ້ວຍ ປະເທດ LLDCs ຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2024 ທີ່ ປະເທດ ຣູວັນດາ ແລະ ການ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ພາຍໃນປີ 2026.

ພ້ອມນັ້ນ ຄະນະຜູ້ແທນ ສປປ ລາວ ກໍໄດ້ພົບປະກັບ ຄະ ນະຜູ້ແທນ ອຸດເບັກກິດສະຖານ ເພື່ອປຶກສາຫາລືກ່ຽວກັບ ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງ ສອງ ກະຊວງການຕ່າງປະເທດ ກໍຄື ສອງປະເທດໃນຕໍ່ໜ້າ.

ໃນຕອນທ້າຍກອງປະຊຸມ ກໍໄດ້ມີການຮັບຮອງເອກະສານຜົນຂອງກອງປະຊຸມ ເຊິ່ງຈະເປັນພື້ນຖານທາງດ້ານເນື້ອໃນ ເພື່ອປະກອບສ່ວນເຂົ້າໃນຂະບວນການປຶກສາຫາລືໃນຕໍ່ ໜ້າ ກໍຄື ການສ້າງແຜນດໍາເນີນງານສະບັບໃໝ່ໄລຍະທົດ ສະວັດຕໍ່ໜ້າ ສຳລັບປະເທດ LLDCs ກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ປະກອບດ້ວຍທັງຫມົດ 32 ປະເທດ ຈາກ ພາກພື້ນອາຊີ ອາຟຣິກາ ອາເມລິກາລາຕິນ ແລະ ເອີຣົບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments