Tuesday, September 24, 2024
Homeຂ່າວກິລາອີຕາລີ ເຊັນສັນຍາ 3 ປີ ເພື່ອແຕ່ງຕັ້ງ ສະປັນເລດຕີ ເປັນຜູ້ຈັດການທີມຊາດ

ອີຕາລີ ເຊັນສັນຍາ 3 ປີ ເພື່ອແຕ່ງຕັ້ງ ສະປັນເລດຕີ ເປັນຜູ້ຈັດການທີມຊາດ

ສະຫະພັນບານເຕະອີຕາລີ ປະກາດແຕ່ງຕັ້ງ ລູເຊຍໂນ່ ສະປັນເລດຕິ ເປັນຜູ້ຈັດການທີມຊາດຄົນໃໝ່ຮຽບຮ້ອຍແລ້ວ ໂດຍຈະເລີ່ມເຮັດວຽກຢ່າງເປັນທາງການໃນວັນທີ 1 ກັນຍາ 2023.

ອະດີດຜູ້ຈັດການໃຫຍ່ ນາໂປລີ ຕົກລົງເຊັນສັນຍາ 3 ປີ ຮັບໜ້າທີ່ເປັນຄູຝຶກທີມຊາດອີຕາລີຈົນເຖິງເຕະບານໂລກ 2026 ໂດຍມີລາຍງານວ່າເຂົາເຊັນສັນຍາຮັບເງິນເດືອນປີລະ 3 ລ້ານເອີໂຣ ບວກກັບໂບນັດລວມ 1 ລ້ານເອີໂຣ ໂດຍຈະເຂົ້າມາແທນທີ່ຂອງ ໂຣແບໂຕ ມັນຊິນີ ທີ່ປະກາດລາອອກໄປເມື່ອອາທິດທີ່ຜ່ານມາ.

ສະປັນເລດຕິ ສ້າງຜົນງານສໍາຄັນຂອງຊີວິດການຄຸມທີມຂອງຕົນເອງ ດ້ວຍການຄວ້າແຊ້ມ ເຊເຣຍ ອາ ໃຫ້ກັບ ນາໂປລີ ໃນລະດູການທີ່ຜ່ານມາ ພ້ອມກັບເປັນການຄວ້າແຊັມລາຍການນີ້ເປັນຄັ້ງທໍາອິດຂອງຕົນເອງ ເຂົາຕັດສິນໃຈຢຸດຕິການຄຸມທີມດ້ວຍການຂໍລາອອກຈາກທີມ ແລະ ມາຮັບວຽກກັບທີມຊາດອິຕາລີ ເຊິ່ງເປັນວຽກລະດັບຊາດຄັ້ງທຳອິດຂອງເຂົາ ນັບຈາກເລີ່ມວຽກຄຸມທີມໃນປີ 1993 ຫຼືເມື່ອ 30 ປີກ່ອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments