Wednesday, September 25, 2024
Homeຂ່າວຕ່າງປະເທດລາຍການຄຳເວົ້າສຳນວນບູຮານແບບອະມະຕະຂອງຈີນ ທີ່ທ່ານ ສີຈິ້ນຜິງ ມັກຊຸດທີ 2 ເລີ່ມອອກອາກາດຢູ່ອາຟຣິກາ

ລາຍການຄຳເວົ້າສຳນວນບູຮານແບບອະມະຕະຂອງຈີນ ທີ່ທ່ານ ສີຈິ້ນຜິງ ມັກຊຸດທີ 2 ເລີ່ມອອກອາກາດຢູ່ອາຟຣິກາ

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມການພົບປະຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ໌ ແລະຢ້ຽມຢາມອາຟຣິກາໃຕ້ ທາງລັດຖະກິດ, ພິທີເຜີຍແຜ່ລາຍການ ຄຳເວົ້າສຳນວນບູຮານແບບອະມະຕະຂອງຈີນ ທີ່ທ່ານ ສີຈິ້ນຜິງ ມັກ ຊຸດທີ 2 ສະບັບພາສາອັງກິດ, ພາສາຝຣັ່ງ, ພາສາອາຣັບ, ພາສາຮາວຊາ, ພາສາສວາຮີລີ ແລະອື່ນໆ ໄດ້ຈັດຂຶ້ນຢູ່ນະຄອນໂຈຮັມເນສເບີກ ໃນວັນທີ 20 ສິງຫານີ້. ລາຍການດັ່ງກ່າວໄດ້ເລີ່ມອອກອາກາດຜ່ານສື່ມວນຊົນຕົ້ນຕໍຂອງ 38 ປະເທດອາຟຣິກາ ນັບແຕ່ວັນທີ 20 ສິງຫານີ້ເປັນຕົ້ນໄປ.

ທ່ານ ມາຊາຕີລາຍ ຮອງປະທານສະພາແຫ່ງຊາດຊາວອາຟຣິກາ(African National Congress) ຫລື ANC ຂອງອາຟຣິກາໃຕ້, ຮອງປະທານາທິບໍດີ ອາຟຣິກາໃຕ້, ທ່ານຮົນ ເລເຊຊາ ທີເຊໂນລີ ຮອງປະທານສະພາປະຊາຊົນອາຟຣິກາໃຕ້ ຕ່າງໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນ ແລະທາງວິດິໂອ ເພື່ອສະແດງຄວາມຊົມເຊີຍ, ໂດຍເປັນເອກະພາບກັນເຫັນວ່າ ການອອກອາກາດລາຍການດັ່ງກ່າວຈະມີບົດບາດສຳຄັນສຳລັບປະເທດອາຟຣິກາຕ່າງໆເຂົ້າໃຈສະຕິປັນຍາດ້ານການປົກຄອງປະເທດ ແລະບໍລິຫານການເມືອງຂອງທ່ານ ສີຈິ້ນຜິງ ແລະຊອກຮູ້ສາເຫດທີ່ພາໃຫ້ຈີນ ເກີດມີການປ່ຽນແປງໃນຍຸກໃໝ່. ທ່ານ ເຊີ້ນຫາຍຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນ ຫລື CMG ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments