Wednesday, September 25, 2024
Homeຂ່າວກິລາສໍາເລັດການແຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຄັ້ງທີ 13

ສໍາເລັດການແຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຄັ້ງທີ 13

ການເເຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຫລື ASIA CROSS COUNTRY RALLY ຄັ້ງທີ 13 ເຊິ່ງລາວໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຄັ້ງທໍາອິດ ຢູ່ເເຂວງຈໍາປາສັກ ເເລະ ເເຂວງອັດຕະປື ລະຫວ່າງວັນທີ 17-19 ສິງຫາ 2023 ປິດລົງດ້ວຍຜົນສໍາເລັດ ໃນຕອນຄໍ່າວັນທີ 19 ສິງຫາ ຢູ່ເເຂວງຈໍາປາສັກ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະເເຫລໜ້າ ອົງການປົກຄອງເເຂວງອັດຕະປື, ບັນດານັກເເຂ່ງລົດທີ່ມາຈາກຫລາຍກວ່າ 10 ປະເທດໃນທະວີບອາຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເເຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ຫລື ASIA CROSS COUNTRY RALLY ຄັ້ງນີ້, ເເຂ່ງຂັນໃນ ເສັ້ນທາງທີ 1 ຫລື SS4: ທີ່ສາມແຍກບ້ານວັງເຕົ່າ, ເມືອງໂພນທອງ, ແຂວງຈໍາປາສັກ, ໃນໄລຍະທາງ 150 ກິໂລແມັດ, ໃຊ້ເວລາເຂົ້າໃນການແຂ່ງຂັນປະມານ 5 ຊົ່ວໂມງ ແລະ ໄດ້ສິ້ນສຸດການແຂ່ງຂັນຢູ່ທີ່ຈຸດເຂົ້າເສັ້ນໄຊຂອງເສັ້ນທາງດັ່ງກ່າວ ທີ່ປາກທາງເຂົ້າບ້ານກ້ວຍ ເມືອງໂພນທອງ ແຂວງຈໍາປາສັກ; ມື້ທີສອງ ເສັ້ນທາງທີ 2 ຫລື SS5: ເລີ່ມຕົ້ນຈາກສາມແຍກບ້ານຫລັກ 48 ເມືອງປະທຸມພອນ ແຂວງຈໍາປາສັກ ຜ່ານເຂົ້າເຂດເມືອງສະໜາມໄຊ ແຂວງອັດຕະປື ແລະ ກັບເຂົ້າມາຄືນທີ່ເມືອງປາກຊ່ອງ ແຂວງຈຳປາສັກ ດ້ວຍໄລຍະທາງ 168 ກິໂລແມັດ, ໃຊ້ເວລາປະມານ 5 ຊົ່ວໂມງ ແລະ ໄດ້ສິ້ນສຸດການແຂ່ງຂັນຢູ່ຈຸດເຂົ້າເສັ້ນໄຊ ທີ່ບ້ານກົງຕຸ່ນ ເມືອງປາກຊ່ອງ ແຂວງຈຳປາສັກແລະ ມື້ທີ 3 ເສັ້ນທາງທີ 3 ຫລື SS6: ເລີ່ມຕົ້ນຈາກຈຸດປ່ອຍລົດ ບ້ານທາງແບ່ງ ເມືອງຈຳປາສັກ ແຂວງຈຳປາສັກ ແລະ ສິ້ນສຸດຢູ່ຈຸດເຂົ້າເສັ້ນໄຊ ທີ່ບ້ານຝັ່ງແດງ ເມືອງໂພນທອງ. ໃນນີ້, ມີປະເພດລົດໃຫຍ່ວິບາກ ເເລະ ລົດຈັກວິບາກ ເຊິ່ງກ່ອນໜ້ານີ້ໄດ້ມີການເເຂ່ງຂັນມາເເລ້ວ ທີ່ປະເທດໄທ ໂດຍນໍາໃຊ້ເສັ້ນທາງ SS1, SS2, SS3 ເຊິ່ງຜົນການເເຂ່ງຂັນລວມໃນ 6 ເສັ້ນທາງທັງຢູ່ປະເທດໄທ ເເລະ ປະເທດລາວ ຄື: SS1,SS2,SS3, SS4, SS5 ເເລະ SS6 ຊະນະເລີດໄດ້ເເກ່ລົດໝາຍເລກ 105 Toyota Fortuner ທີ່ມາຈາກທີມ Toyota Gazoo Racing ຈາກປະເທດອິນໂດເນເຊຍ ໂດຍສາມາດເຮັດເວລາໄດ້ທັງຫມົດ 11 ຊົ່ວໂມງ 46 ນາທີ 22 ວິນາທີ. ສ່ວນປະເພດລົດຈັກ ຊະນະເລີດແມ່ນເບີ1 7 ຊື່ຈັກກຣິດ (Mr.Jakkrit Chawtale) ຈາກຣາຊະອານາຈັກໄທ.

ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າເເຂວງຈໍາປາສັກ ຕາງໜ້າຄະນະຈັດງານໄດ້ໃຫ້ຮູ້ວ່າ: ການຈັດງານເເຂ່ງຂັນລົດຄັ້ງນີ້ ເປັນການຮ່ວມມື ລະຫວ່າງ ກະຊວງຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ, ອົງການເເຂວງຈຳປາສັກ, ອົງການປົກຄອງເເຂວງອັດຕະປື ເເລະ ບໍລິສັດຄຣີນເເອັດເເວນເຈີ ຈຳກັດຜູ້ດຽວ ຖືເປັນຄັ້ງທໍາອິດ ເເລະ ເປັນຄັ້ງປະຫວັດສາດຂອງເເຂວງຈໍາປາສັກ ເເລະ ເເຂວງອັດຕະປື, ເປັນການຈັດກິດຈະກໍາໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ເພື່ອຊຸກຍູ້ສົ່ງເສີມວຽກງານການທ່ອງທ່ຽວຂອງປະເທດເຮົາ ກໍຄື ຂອງເເຂວງຈໍາປາສັກ ໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ, ພ້ອມທັງສ້າງເງື່ອນໄຂຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ໄດ້ມີການປັບປຸງຄຸນນະພາບການບໍລິການໃຫ້ນັບມື້ດີຂຶ້ນ ເເນໃສ່ຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ອງທ່ຽວປະເທດເຮົາ ໃນໂອກາດທີ່ລັດຖະ ບານກໍານົດໃຫ້ປີ 2024 ເປັນປີທ່ອງທ່ຽວລາວ ເເລະ ອື່ນໆ.

ຂ່າວ: ວີລະວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments