Wednesday, September 25, 2024
Homeຂ່າວດ່ວນສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫລືອແກ່ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫລືອແກ່ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ

ວັນທີ 20 ສິງຫາ 2023 ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ມອບເຄື່ອງຊ່ວຍເຫລືອມູນຄ່າ 120 ລ້ານກີບ, ໃນນີ້ ເປັນເງິນສົດ 50 ລ້ານກີບ ແລະ ແນວພັນເຂົ້າປູກ 5 ໂຕນ, ມູນຄ່າ 70 ລ້ານກີບ ມອບໃຫ້ຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນແຂວງ ເພື່ອນໍາໄປມອບຕໍ່ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ບັນດາເມືອງ ແລະ ບ້ານຕ່າງໆ ໃນທົ່ວແຂວງ.

ໃນໂອກາດດຽວກັນ ອົງການພຸດທະສາສະໜາສໍາພັນລາວ ແລະ ຄະນະພຣະຄູ ປຣັດສີທໍາມະວັດ ເຈນຢູທະນາ ຈິຣະຢູໂທ ຈາກສະກົນນະຄອນ ຣາຊະອານາຈັກໄທ ກໍໄດ້ນໍາເອົາເຄື່ອງບໍລິໂພກ ຈໍານວນ 300 ຊຸດ, ມູນຄ່າ 45 ລ້ານກີບ ແລະ ອົງການກາແດງແຫ່ງຊາດລາວ ມອບເຄື່ອງບໍລິໂພກ ມູນຄ່າ 65 ກວ່າລ້ານກີບ ໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ເຊັ່ນດຽວກັນ.

ສໍາລັບຜູ້ທີ່ສົນໃຈຢາກຈະປະກອບສ່ວນ ແລະ ຊ່ວຍເຫລືອສາມາດເຂົ້າຮ່ວມການບໍລິຈາກ ໄດ້ທີ່ຫ້ອງວ່າການ ແຂວງຄຳມ່ວນ ຫລື ຕິດຕໍ່ທາງກອງເລຂາໄດ້ທີ່ເບີໂທລະສັບ: 020 22157273 ແລະ 020 58823499.

ຂ່າວ-ພາບ: ມະນີວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments