Wednesday, September 25, 2024
Homeຂ່າວດ່ວນການນໍາເມືອງອາດສະພອນ ຕິດຕາມສະພາບນໍ້າຖ້ວມຢູ່ຈຸດສຸມໂນນມີໄຊ ແລະ ຈຸດສຸມແກ້ງໝົ້ມ

ການນໍາເມືອງອາດສະພອນ ຕິດຕາມສະພາບນໍ້າຖ້ວມຢູ່ຈຸດສຸມໂນນມີໄຊ ແລະ ຈຸດສຸມແກ້ງໝົ້ມ

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 19 ສິງຫາ 2023 ຜ່ານມາ, ທ່ານ ສີສະເໝີ ແສງວິໄລ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ພ້ອມຄະນະ ລົງຕິດຕາມສະພາບ ຜົນເສຍຫາຍ ຈາກໄພນໍ້າຖ້ວມ ຢູ່ເຂດຈຸດສຸມໂນນມີໄຊ ແລະ ຈຸດສຸມແກ້ງໝົ້ມ ເມືອງອາດສະພອນ ທີ່ຖືກຜົນກະທົບຈາກ ສະພາບນໍ້າຖ້ວມເປັນຮອບທີ 2 ຂອງປີ 2023 ໃນລະຫວ່າງວັນທີ 13-15 ສິງຫາ ຜ່ານມາ.

ເຂດຈຸດສຸມໂນນມີໄຊ ແລະ ຈຸດສຸມແກ້ງໝົ້ມ ເມືອງອາດສະພອນ ມີເນື້ອທີ່ການຜະລິດເຂົ້ານາປີ ແລະ ຮົ້ວສວນຕ່າງໆ ຂອງປະຊາຊົນທີ່ລຽບຕາມສາຍນໍ້າເຊນ້ອຍ, ສາຍນໍ້າຫ້ວຍຕ່າງໆ ທີ່ໄຫລຕົກໃສ່ສາຍນໍ້າເຊນ້ອຍ, ມີຫລາຍບ້ານໄດ້ຮັບຜົນກະທົບ. ມາຮອດປັດຈຸບັນ ແມ່ນເປັນມື້ທີ 5 ແລ້ວ, ເຮັດໃຫ້ເສັ້ນທາງການສັນຈອນໄປ-ມາ ຫາສູ່ກັນລະຫວ່າງ ເມືອງຫາບ້ານ ແລະ ບ້ານ ຫາບ້ານ ຖືກຕັດຂາດ ໂດຍສະເພາະແມ່ນສາຍທາງເລກທີ 10 ກໍຖືກນໍ້າຖ້ວມຂັງຫລາຍຈຸດ ບ່ອນພື້ນທີ່ຕໍ່າ, ຫລາຍຈຸດກໍ່ເກີດເປັນບວກ, ຂຸມເລິກ, ການໄປ-ມາລຳບາກ, ຄາດຄະເນອີກປະມານ 10 ກວ່າວັນ ຖ້າຝົນບໍ່ຕົກເພີ່ມອີກແມ່ນສະພາບນໍ້າກໍ່ຈະຫລຸລົງ, ສ່ວນຜົນເສຍຫາຍແມ່ນຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຂອງຂະແໜງການກ່ຽວຂ້ອງຂັ້ນເມືອງ.

ໃນໂອກາດນີ້, ທ່ານ ສີສະເໝີ ແສງວິໄລ ພ້ອມຄະນະ ຍັງໄດ້ມອບເຄື່ອງຊ່ວຍເຫລືອປະເພດນໍ້າດື່ມ, ປ່ອງປາ, ໝີ່ ຈຳນວນໜຶ່ງ ໃຫ້ອົງການປົກຄອງ ບ້ານດົງຄຳກວານ ເພື່ອນໍາໃຊ້ໄປຊ່ວຍເຫລືອເ-ືອງຕົ້ນໃຫ້ຜູ້ທີ່ໄດ້ຮັບຜົນກະທົບ, ພ້ອມທັງໄດ້ແນະນຳໃຫ້ຄະນະຈຸດສຸມ-ກຸ່ມບ້ານ ແລະ ອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມການສັນຈອນໄປ-ມາ ຕາມຈຸດທີ່ມີນໍ້າຖ້ວມຂັງຕາມສາຍທາງ, ໃຫ້ຮັກສາຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ, ຖ້າບໍ່ຈຳເປັນບໍ່ຄວນເດີນທາງ ຈົນກວ່າລະດັບນໍ້າຫລຸດລົງ

ຂ່າວ: ຫ້ອງການ ຖວທ ເມືອງອາດສະພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments