Friday, September 27, 2024
Homeຂ່າວພາຍໃນອົດສະຕຣາລີ ສະໜັບສະໜູນວຽກງານຕອບໂຕ້ໄພພິບັດສຸກເສີນໃນລາວ

ອົດສະຕຣາລີ ສະໜັບສະໜູນວຽກງານຕອບໂຕ້ໄພພິບັດສຸກເສີນໃນລາວ

ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ມອບເຄື່ອງຊ່ວຍເຫຼືອວຽກງານດ້ານມະນຸດສະທຳ 13 ໂຕນ ໃຫ້ລັດຖະບານ ສປປ ລາວ ເພື່ອຮັບມືກັບໄພພິບັດສຸກເສີນ ວັນທີ 21 ສິງ ຫາ 2023 ຢູ່ສະໜາມບິນສາກົນວັດໄຕ ໂດຍເຄື່ອງຊ່ວຍເຫຼືອດັ່ງກ່າວຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາ ກາດອົດສະຕຮາລີ ເຊິ່ງຕາງໜ້າຮັບໂດຍທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການມອບເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳຄັ້ງນີ້ ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ ໃນນີ້ປະກອບມີຊຸດອະນາໄມ 180 ຊຸດ ຊຸດເຄື່ອງຄົວ 368 ຊຸດ ຜ້າຫົ່ມ 800 ຜືນ ມຸ້ງ 1.600 ດາງ ສາດຢາງ 900 ຜືນ ມູນຄ່າ 120.000 ໂດລາອົດສະຕຣາລີ ຫຼື ປະມານ 1,5 ຕື້ກີບ ເຊິ່ງສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 2.000 ຄົນ.

ທ່ານ ໂພລ ແຄລີ ກ່າວວ່າ: ອົດສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ ເພື່ອສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມຮັບມືກັບໄພພິບັດສຸກເສີນ ການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດຄັ້ງນີ້ແມ່ນທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວ ກຳລັງຕອບໂຕ້ກັບໄພນ້ຳຖ້ວມທີ່ກຳລັງເກີດຂຶ້ນຢູ່ຫຼາຍພາກຂອງປະເທດ ອົດສະຕຣາລີ ມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ໃນວຽກງານດ້ານມະນຸດສະທຳ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູ ໂດຍຜ່ານໂຄງການຮ່ວມມືພັດທະນາຂອງພວກເຮົາ.

ທ່ານ ລີປາວ ຢາງ ກ່າວວ່າ: ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອວຽກງານມະນຸດສະທຳຈາກລັດຖະບານອົດສະຕຣາລີ ການທີ່ພວກເຮົາມີເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດກຽມພ້ອມໃນປະເທດ ສາ ມາດຊ່ວຍໃຫ້ລັດຖະບານລາວ ຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງໄວ ໂດຍເຄື່ອງຊ່ວຍເຫຼືອວຽກງານມະນຸດສະທຳ ທີ່ລັດຖະບານອົດສະຕຣາລີ ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2022 ໄດ້ຖືກສົ່ງໄປຊ່ວຍເຫຼືອຊຸຸມຊົນທີ່ຖືກຜົນກະທົບຈາກນໍ້າຖ້ວມຢູ່ 3 ແຂວງພາກກາງ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments