Friday, September 27, 2024
Homeຂ່າວດ່ວນການນຳເມືອງວຽງຄຳ ລົງຕິດຕາມຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ກຸ່ມບ້ານ

ການນຳເມືອງວຽງຄຳ ລົງຕິດຕາມຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ກຸ່ມບ້ານ

ເມື່ອບໍ່ດົນມານີ້, ທ່ານ ຊາຍພອນ ຈັນທຸມມາ ເຈົ້າເມືອງວຽງຄໍາ ແຂວງຫລວງພະບາງ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມສະພາບຜົນກະທົບ ຈາກໄພນໍ້າຖ້ວມຢູ່ບ້ານນາແວ່ນ ກຸ່ມສົບເຮືອງ, ບ້ານເມືອງໝ້ວຍ ກຸ່ມເມືອງໝ້ວຍ ແລະ ບ້ານນານ້ອຍ ກຸ່ມສາມສຸມ.

ການລົງເຄື່ອນໄຫວຄັ້ງນີ້, ນາຍບ້ານທັງ 3 ບ້ານໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນ ຫາກາງເດືອນ ສິງຫາ 2023 ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ລະດັບນໍ້າຫລາຍສາຍເພີ່ມຂຶ້ນສູງ ບວກກັບນໍ້າປ່າໄຫລຊຸ ເຂົ້າພື້ນທີ່ສວນ, ໄຮ່-ນາ ຂອງປະຊາຊົນ ໂດຍສະເພາະບ້ານເມືອງໝ້ວຍ ຖືກຜົນກະທົບມີ 4 ຄອບຄົວ ເນື້ອທີ່ນາຫລາຍກວ່າ 1 ເຮັກຕາ ແລະ ສວນຜັກ ຂອງປະຊາຊົນຖືກຜົນກະທົບຈໍານວນໜຶ່ງ. ສ່ວນບ້ານນາແວນ ມີຝາຍຊົນລະປະທານເປ່ເພບາງຈຸດ, ສວນ-ຜັກຈໍານວນໜຶ່ງເສຍຫາຍ ແລະ ບ້ານນານ້ອຍ ເນື້ອທີ່ນາຖືກຜົນກະທົບ 7 ເຮັກຕາ ປະຊາຊົນຖືກຜົນກະທົບ 13 ຄອບຄົວ ແລະ ຂົວຂ້າມນໍ້ານ້ອຍຖືກຕັດຂາດ.

ໂອກາດນີ້, ທ່ານເຈົ້າເມືອງວຽງຄໍາ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ ປະຊາຊົນຜູ້ທີ່ປະສົບໄພພິບັດ ແລະ ໄດ້ສະແດງຄວາມຊົມເຊີຍ ຕໍ່ອົງການຈັດຕັ້ງບ້ານຕະຫລອດເຖິງປະຊາຊົນພາຍໃນບ້ານ ແລະ ທຸກພາກສ່ວນ ທີ່ໃຫ້ການຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນ, ພ້ອມທັງເນັ້ນໃຫ້ອົງການຈັດຕັ້ງບ້ານ ແລະ ປະຊາຊົນ ຕິດຕາມພະຍາກອນອາກາດ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອຕ້ານ, ສະກັດກັ້ນຜົນກະທົບທາງທໍາມະຊາດ ທີ່ອາດຈະເກີດຂຶ້ນອີກ ຕິດພັນກັບການຕ້ານ, ສະກັດກັ້ນພະຍາດທີ່ເກີດຂຶ້ນຕາມລະດູການ ຕື່ມອີກ.

ຂ່າວ: ບຸນທັນ ໄຊຍະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments