Friday, September 27, 2024
Homeຂ່າວພາຍໃນມວນຊົນ ແຂວງອັດຕະປື ຕ້ອນຮັບຂະບວນແຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ

ມວນຊົນ ແຂວງອັດຕະປື ຕ້ອນຮັບຂະບວນແຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ພິທີຕ້ອນຮັບ ທີມງານ ແລະ ນັກແຂ່ງຂັນລົດວິບາກ ຂ້າມປະເທດໃນທະວີບອາຊີ ປະຈໍາປີ 2023 ມີຂຶ້ນໃນວັນທີ 18 ສິງຫາ 2023 ນີ້, ຢູ່ທີ່ເຂດບ້ານສະໝອງໃໝ່ປິນດົງ ເມືອງສະໜາມໄຊ ແຂວງອັດຕະປື ໂດຍ ມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ມີຄະນະນໍາຂອງແຂວງ, ເມືອງ, ບ້ານ ແລະ ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍມວນຊົນ ຊາວແຂວງ ອັດຕະປື ເຂົ້າຮ່ວມຕ້ອນຮັບ.

ການແຂ່ງຂັນລົດວິບາກຂ້າມປະເທດໃນທະວີບອາຊີ ປະຈໍາປີ 2023 ທີ່ໄດ້ມີການແຂ່ງຂັນເຂົ້າຜ່ານເມືອງ ສະໜາມໄຊ ແມ່ນເປັນສະໜາມທີ 2 (ມື້ທີສອງ) ໂດຍເລີ່ມຕົ້ນຈາກ 3 ແຍກ, ບ້ານຫລັກ 48 ເມືອງປະທຸມພອນ ແຂວງຈໍາປາສັກ, ຜ່ານເສັ້ນທາງຫລວງແຫ່ງຊາດ 18A ເມືອງສະໜາມໄຊ ແລະ ແລ່ນຜ່ານຈຸດສຸດເສັ້ນໄຊ ບ້ານກົງຕູ່ນ, ເມືອງປາກຊ່ອງ ແຂວງຈໍາປາສັກ, ລວມໄລຍະທາງ 170 ກິໂລແມັດ, ຄາດຄະເນເວລາຂອງການແຂງຂັນ 8 ຊົ່ວໂມງ ເຊິ່ງປະກອບມີ 10 ປະເທດຄື: ສປປ ລາວ, ໄທ, ມາເລເຊຍ, ກໍາປູເຈຍ, ມຽນມາ, ອິນໂດເນເຊຍ, ສປ ຈີນ, ຍີ່ປຸ່ນ, ໄຕຫວັນ ແລະ ສສ ຫວຽດນາມ, ມີລົດເຂົ້າຮ່ວມການແຂງຂັນທັງໝົດ 63 ຄັນ, ໃນນັ້ນ. ປະເພດລົດຈັກ 21 ຄັນ, ລົດໃຫຍ່ 41 ຄັນ ແລະ ລົດ ສາມລໍ້ 1 ຄັັນ. ສ່ວນການແຂງຂັນຕົວຈິງ ທີ່ໄດ້ເຂົ້າຜ່ານເສັ້ນທາງຫລວງແຫ່ງຊາດ 18A ເມືອງສະໜາມໄຊ ໄປຫາຈຸດສຸດເສັ້ນໄຊ ເມືອງປາກຊ່ອງ ແຂວງຈໍາປາສັກ ມີທັງໝົດ 52 ຄັນ, ໃນນັ້ນ, ປະເພດລົດຈັກ 16 ຄັນ ແລະ ລົດໃຫຍ່ 36 ຄັນ, ສ່ວນທີ່ເຫລືອແມ່ນພາຫະນະເປ່ເພ.

ການຈັດແຂ່ງຂັນໃນຄັ້ງນີ້, ແນໃສ່ຮັບປະກັນຄວາມປອດໄພເປັນຫລັກ ແລະ ຮັກສາສະພາບແວດລ້ອມ, ທັງເປັນກິດຈະກໍາໜຶ່ງທີ່ມີຄວາມສໍາຄັນ, ເປັນການໂຄສະນາການທ່ອງທ່ຽວ ລາວທ່ຽວລາວ ໂດຍສະເພາະ ແຂວງອັດຕະປື ແລະ ເປັນສ່ວນສໍາຄັນໜຶ່ງ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງອັດຕະປື ອີກດ້ວຍ.

ຂ່າວ: ຊິບປະໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments