Saturday, September 28, 2024
Homeຂ່າວພາຍໃນຫວນຄືນມູນເຊື້ອ 5 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ

ຫວນຄືນມູນເຊື້ອ 5 ວັນປະຫວັດສາດສໍາຄັນຂອງຊາດ-ຂອງພັກ

ວັນທີ 17 ສິງຫາ 2023 ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີປາຖະກະຖາ 5 ວັນປະຫວັດສາດສຳຄັນ ຂອງຊາດ-ຂອງພັກ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຄື: ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ ຄົບຮອບ 73 ປີ ວັນສ້າງຕັ້ງສື່ມວນຊົນລາວ ແລະ ວັນພິມຈຳໜ່າຍ 13 ສິງຫາ ຄົບຮອບ 73 ປີ ວັນສ້າງຕັ້ງສານປະຊາຊົນ 15 ສິງຫາ ຄົບຮອບ 41 ປີ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 32 ປີ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ ຄົບຮອບ 48 ປີ ຢູ່ທີ່ສະໂມສອນເມືອງ ໂດຍການປາຖະກາຖາຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນເມືອງ ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າ ຮອງຫົວໜ້າຫ້ອງການ ກົມກອງ ທະຫານ-ຕຳຫຼວດ ພະນັກງານອາວຸໂສບໍານານ ຕາງໜ້າລັດວິສາຫະກິດສູນບໍລິການປະຈໍາເມືອງ ອຳນາດການປົກຄອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ແຫຼ້ ອ່ອນສົມບູນ ໄດ້ເລົ່າຄືນມູນເຊື້ອ 5 ວັນປະຫວັດສາດທີ່ສຳຄັນຂອງຊາດລາວເຮົາໂດຍຫຍໍ້ ເຊິ່ງ ທ່ານ ກໍ່ໄດ້ຍົກໃຫ້ເຫັນເຖິງປະຫວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອຜົນງານອັນໃຫຍ່ຫຼວງແຕ່ລະໄລຍະໃນເມຶອກ່ອນຈົນເຖີງປັດຈຸບັນ ຂອງແຕ່ລະວັນສຳຄັນດັ່ງກ່າວ ຈຸດປະສົງ ກໍ່ເພື່ອເປັນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ຄະນະນຳຂອງເມືອງ ສະມາຊິກພັກ ພະນັກງານ-ລັດຖະ ກອນ ທະຫານ ຕຳຫຼວດ ແລະ ອົງການປົກຄອງບ້ານ ເຫັນໄດ້ບົດບາດຄວາມສຳຄັນຂອງວັນສຳຄັນຕ່າງໆ ຂອງຊາດ-ຂອງພັກ ໃນການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ມູນເຊື້ອອັນດີງາມ ແລະ ພ້ອມກັນນຳເອົາມູນເຊື້ອດັ່ງກ່າວໄປເສີມຂະຫຍາຍ ເຜີຍແຜ່ເຊື່ອມຊຶ່ມ ແລະ ຈັດຕັ້ງປະຕິບັດໃນທ້ອງຖິ່ນຮາກຖານຂອງຕົນໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ ແນໃສ່ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລຂຶ້ນຢ່າງບໍ່ຢຸດຢັ້ງ.

ຫຼັງຈາກນັ້ນ ກໍ່ໄດ້ຈັດພິທີປະກາດການຈັດຕັ້ງ ພະນັກງານການນຳຂອງເມືອງຄື: ແຕ່ງຕັ້ງສະຫາຍ ນາງ ຄຳວົງ ແກ້ວມູນລັດ ວ່າການປະທານສະຫະພັນແມ່ຍິງເມືອງ ຂຶ້ນເປັນປະທານສະຫະພັນແມ່ຍິງເມືອງ ຕາມມະຕິຂອງຄະນະປະຈຳພັກເມືອງຫົງສາ ສະບັບເລກທີ 194 ລົງວັນທີ 31 ກໍລະກົດ 2023 ພ້ອມນນີ້ ກໍ່ໄດ້ມອບໃບຢັ້ງຢືນບ້ານສາມັກຄີປອງດອງໃຫ້ບ້ານຫ້ວຍຈ້ວງ ພ້ອມທັງປະກາດຮັບຮອງເອົາ 389 ຄອບ ຄົວ ຂອງບ້ານຫ້ວຍຈ້ວງ ເປັນຄອບຄົວຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວສາມັກຄີປອງດອງຂອງແນວລາວສ້າງຊາດ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments