Saturday, September 28, 2024
HomeUncategorizedໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ສໍາເລັດບັ້ນດໍາເນີນຊີວິດການເມືອງ

ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ສໍາເລັດບັ້ນດໍາເນີນຊີວິດການເມືອງ

ເມື່ອບໍ່ດົນມານີ້, ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ສໍາເລັດບັ້ນດຳເນີນຊີວິດການເມືອງ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າ, ມີຄະນະພັກ-ຄະນະອໍານວຍການ, ພະແນກການ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເຂົ້າຮ່ວມ.

ສະຫາຍ ພັນໂທ ສຸລິບັນ ສໍພາບປັນຍາ ຮອງຫົວໜ້າຫ້ອງການເມືອງ, ຫົວໜ້າອະນຸກໍາມະການດ້ານເນື້ອໃນ ໄດ້ໃຫ້ຮູ້ວ່າ: ບັ້ນດໍາເນີນຊີວິດການເມືອງ ທົ່ວໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດຂຶ້ນໃນລະຫວ່າງ ວັນທີ 10-16 ສິງຫາ 2023 ໄດ້ຮັບຜົນສໍາເລັດຕາມແຜນການ, ຄະນະຮັບຜິດຊອບໄດ້ເປັນເຈົ້າການປະສານສົມທົບແໜ້ນກັບບັນດາຫ້ອງ, ກອງພັນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການກໍານົດເວລາ, ແຜນການດໍາເນີນກອງປະຊຸມຢ່າງລະອຽດ ສາມາດປະຕິບັດໄດ້ຕາມແຜນການ. ພ້ອມນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດບັ້ນດໍາເນີນຊີວິດການເມືອງ, ພະນັກງານ ສະມາຊິກພັກ, ນັກຮົບ ໄດ້ຕັ້ງໜ້າເອົາໃຈໃສ່ເຂົ້າຮ່ວມບັ້ນດໍາເນີນຊີວິດການເມືອງທັງສາມຊຸດດ້ວຍຄວາມຮັບຜິດຊອບສູງ, ມີຄວາມສາມັກຄີແໜ້ນແຟ້ນປະຕິບັດຕາມຫລັກການລວມສູນປະຊາທິປະໄຕ, ບຸກຄົນຮັບຜິດຊອບຈຶ່ງເຮັດໃຫ້ພວກເຮົາມີຜົນສໍາເລັດ. ໃນນັ້ນ, ພະນັກງານ, ສະມາຊິກພັກ-ນັກຮົບທົ່ວໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເຂົ້າຮ່ວມ ທັງໝົດ 272 ສະຫາຍ.

ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ຍ້ອງຍໍຊົມເຊີຍຜົນສໍາເລັດບັ້ນດໍາເນີນຊີວິດການເມືອງທົ່ວໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໃຫ້ບັນດາພະນັກງານຫລັກແຫລ່ງຈົ່ງພ້ອມກັນຮັກສາມູນເຊື້ອຄວາມສາມັກຄີອັນດີງາມນີ້ໄວ້ ພ້ອມກັນນໍາເອົາເນື້ອໃນຈິດໃຈ ບົດຮຽນທີ່ໄດ້ຈາກບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ, ເຮັດໃຫ້ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ມີຜົນງານອັນພົ້ນເດັ່ນ ແລະ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ໂສເຫລ້ ສີປະເສີດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments