Home ຂ່າວໜ້າໜຶ່ງ ຫສນຍ ອອກແຈ້ງການເພີ່ມຄ່າແຮງງານຂັ້ນຕໍ່າເປັນ 1.600.000 ກີບ

ຫສນຍ ອອກແຈ້ງການເພີ່ມຄ່າແຮງງານຂັ້ນຕໍ່າເປັນ 1.600.000 ກີບ

0
290

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການ ສະບັບເລກທີ 4502/ ຫສນຍ ນະຄອນຫຼວງວຽງຈັນ, ລົງວັນທີ 16 ສິງຫາ 2023 ເລື່ອງການປັບປຸງຄ່າແຮງງານຂັ້ນຕໍ່າ ສຳລັບຜູ້ອອກແຮງງານ ຢູ່ ສປປ ລາວ ປີ 2023 ໂດຍແຈ້ງການໄດ້ຮຽນເຖິງ ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານປະທານສູນກາງສະຫະພັນກຳມະບານລາວ.

ຫສນຍ ຂໍຖືເປັນກຽດແຈ້ງການຕົກລົງຂອງກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກໍລະກົດ 2023 ເພື່ອໃຫ້ຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້: ເຫັນດີໃຫ້ປັບເພີ່ມຄ່າແຮງງານຂັ້ນຕໍ່າຈາກ 1.300.000 ກີບ/ຄົນ/ເດືອນ ຂຶ້ນເປັນ 1.600.000 ກີບ/ຄົນ/ເດືອນ ແລະ ໃຫ້ເລີ່ມປະຕິບັດໃນວັນທີ 1 ຕຸລາ 2023 ເປັນຕົ້ນໄປ.

ແຈ້ງການສະບັບນີ້ ແມ່ນໄດ້ອີງຕາມດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຫສນຍ ສະບັບເລກທີ 574/ນຍ, ລົງວັນທີ 28 ກັນຍາ 2021; ອີງຕາມ ຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ IX ສະບັບເລກທີ 41/ນຍ, ລົງວັນທີ 30 ເມສາ 2021; ໜັງສືສະເໜີຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 2231/ຮສສ, ລົງວັນທີ 29 ມິຖຸນາ 2023 ແລະ ອີງຕາມ ມະຕິຕົກລົງ ກອງປະຊຸມລັດຖະບານປະຈໍາເດືອນກໍລະກົດ 2023 ສະບັບເລກທີ 10/ລບ, ລົງວັນທີ 28 ກໍລະກົດ 2023.

NO COMMENTS

LEAVE A REPLY

Please enter your comment!
Please enter your name here